ຈີນຈະສືບຕໍ່ລົງເລິກການປະຕິຮູບເປັນລະບອບຫຸ້ນສ່ວນຕໍ່ທະນາຄານການຄ້າແຫ່ງລັດ
cri
ຕາມຂ່າວສານຊິນຮວາ,ຫວ່າງມໍ່ໆນີ້,ທ່ານໂຈ່ວສ້ຽວຊວນ ຜູ່ວ່າການທະນາຄານປະຊາຊົນຈີນເຊິ່ງເປັນທະນາຄານກາງຈີນກ່າວວ່າ,ຈີນຈະລົງເລິກການປະຕິຮູບເປັນລະບອບຫຸ້ນສ່ວນຕໍ່ທະນາຄານການຄ້າແຫ່ງລັດ,ເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ໃຫ້ເສດຖະກິດແຫ່ງຊາດພັດທະນາທັງໄວທັງດີ.
ທ່ານໂຈ່ວສ້ຽວຊວນກ່າວວ່າ,ປັດຈຸບັນ,ການປະຕິຮູບເປັນລະບອບຫຸ້ນສ່ວນຂອງທະນາຄານຈີນ,ທະນາຄານກໍ່ສ້າງຈີນແລະທະນາຄານອຸດສາຫະກຳການຄ້າຈີນໄດ້ຮັບຜົນສຳເລັດຢ່າງເດັ່ນຊັດ,ພາຍໃນປະເທດຈີນແລະຕ່າງປະເທດມີປະຕິກິລິຍາຕັ້ງໜ້າໃນດ້ານກວມລວມ.ແຕ່ການປະຕິຮູບເປັນລະບອບຫຸ້ນສ່ວນຂອງທະນາຄານການຄ້າແຫ່ງລັດຈີນມີລັກສະນະຍາວນານ,ສັບສົນແລະລຳບາກ.ໃນບາດກ້າວຕໍ່ໄປ,3ທະນາຄານດັ່ງກ່າວຈະສືບຕໍ່ລົງເລິກການປະຕິຮູບພາຍໃນ,ເລັ່ງລັດຫັນປ່ຽນກົນໄກທຸລະກິດ.ເພີ່ມທະວີກົນໄກຄວບຄຸມພາຍໃນແລະປ້ອງກັນຄວາມສ່ຽງ,ປ້ອງກັນຢ່າງເຄັ່ງຄັດບໍ່ໃຫ້ມີຊັບສິນດ້ອຍຄຸນນະພາບເກີດຂຶ້ນຄືນໃໝ່ແລະປະສິດທິຜົນທຸລະກິດຫຼຸດໜ້ອຍລົງ.
|
|