ໂຄສົກກະຊວງການຕ່າງປະເທດຈີນກ່າວເນັ້ນວ່າ,ຜົນການຕັດສິນທີ່ໂຕກຽວຈະໂຄ່ນລົ້ມບໍ່ໄດ້
cri
ຕາມຂ່າວcri: ວັນທີ 28 ທັນວານີ້,ຢູ່ປັກກິ່ງ,ທ່ານຊິນກ່າງ ໂຄສົກກະຊວງການຕ່າງປະເທດຈີນກ່າວເນັ້ນວ່າ,ກ່ຽວກັບການຕັດສິນທີ່ໂຕກຽວ,ໃນປະຫວັດສາດ ປະຊາຄົມໂລກໄດ້ມີຂໍ້ສະຫລຸບມາແຕ່ດົນແລ້ວ,ໂທດກຳຮຸກຮານຂອງຍີປຸ່ນມີຫລັກຖານຄັກແນ່,ຜົນການຕັດສິນທີ່ໂຕກຽວຈະໂຄ່ນລົ້ມບໍ່ໄດ້.
ການຕັດສິນທີ່ໂຕກຽວແມ່ນໝາຍເຖິງການຕັດສິນຂອງສານທະຫານສາກົນຕາເວັນອອກໄກຕໍ່ອາຊະຍາກອນສົງຄາມໂລກຄັ້ງທີສອງຂອງຍີ່ປຸ່ນແຕ່ປີ 1946 ຮອດ 1948. ຄຳຕັດສິນໄດ້ພັນລະນາປະຫວັດສົງຄາມຍີ່ປຸ່ນຮຸກຮານຈີນຢ່າງຍືດຍາວ,ໄດ້ຢຶນຢັນໂທດກຳຕ່າງໆນາໆຂອງຍີ່ປຸ່ນໃນການຮຸກຮານຈີນດ້ວຍກົດໝາຍລະຫວ່າງຊາດ.
ໃນເວລາກ່າວເຖິງກອງປະຊຸມເທື່ອທຳອິດຂອງຄະນະກຳມະການປະສົມຈີນຍີ່ປຸ່ນເພື່ອຄົ້ນຄ້ວາປະຫວັດສາດທີ່ສິ້ນສຸດລົງຫວ່າງມໍ່ໆນີ້,ທ່ານຊີນກ່າງກ່າວວ່າ,ຜູ້ຊ່ຽວຊານແລະລັດຖະບານຂອງສອງຝ່າຍໄດ້ຄວນຖືທ່າທີຮັບຜິດຊອບຕໍ່ປະຫວັດສາດ, ຮັບຜິດຊອບຕໍ່ອະນາຄົດ,ແລະຮັບຜິດຊອບຕໍ່ປະຊາຊົນ,ຄົ້ນຄວ້າປະຫວັດສາດບົນພື້ນຖານເຄົາລົບເລື່ອງຈິງຢ່າງພາວະວິໄສ.
|
|