ການປະຕິບັດຕໍ່ແລະແກ້ໄຂບັນຫາປະຫວັດສາດຢ່າງຖືກຕ້ອງແມ່ນພື້ນຖານຂອງການຂະຫຍາຍການພົວພັນລະຫວ່າງຈີນຍີ່ປຸ່ນຢ່າງປອດໃສແລະໝັ້ນທ່ຽງ
cri
ຕາມຂ່າວcri:ວັນທີ 26 ທັນວານີ້,ໃນງານຖະແຫລງຂ່າວຄັ້ງສາມັນ,ທ່ານຊິນກ່າງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ການປະຕິບັດຕໍ່ແລະແກ້ໄຂບັນຫາປະຫວັດສາດຢ່າງຖືກຕ້ອງແມ່ນພື້ນຖານຂອງການຂະຫຍາຍການພົວພັນລະຫວ່າງຈີນຍີ່ປຸ່ນຢ່າງປອດໃສແລະໝັ້ນທ່ຽງ.
ກອງປະຊຸມຮ່ວມກັນຄົ້ນຄວ້າປະຫວັດສາດລະຫວ່າງຈີນຍີ່ປຸ່ນເທື່ອທຳອິດໄດ້ຈັດຂຶ້ນຢູ່ປັກກິ່ງໃນວັນທີ 26 ທັນວານີ້.ທ່ານຊິນກ່າງເວົ້າວ່າ,ການໄຂກອງປະຊຸມເທື່ອນີ້ແມ່ນຄວາມຮັບຮູ້ຄືກັນຂອງລັດຖະບານແລະຜູ້ນຳຈີນຍີ່ປຸ່ນ,ມັນສາມາດເຮັດໃຫ້ຈີນຍີ່ປຸ່ນຜ່ານຈາກການເຈລະຈາແລະແລກປ່ຽນກັນມາແກ້ໄຂບັນຫາທີ່ກ່ຽວຂ້ອງຢ່າງເໝາະສົມ,ຊອກຮູ້ເລື່ອງຈິງນອກຕົວໃນປະຫວັດສາດຢ່າງຖືກຕ້ອງ.
|
|