ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-26 18:24:16    
ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຍີ່​ປຸ່ນ​ພະຍາຍາມ​ເພີ່ມ​ເຕີມ​ພະລັງ​ຊີວິດ​ເຂົ້າ​ໃນ​ການ​ຂະ​ຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດຢ່າງ​ປອດ​​ໃສ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 26 ທັນວາ​ນີ້,ຢູ່​ປັກ​ກິ່ງ,​ໃນ​ເວລາ​ພົບ​ປະ​ທ່ານ​ໂຄ​ໂນ ​ໂຢ​ເຮອີ ປະທານ​ສະພາ​ຕ່ຳ​ຍີ່ປຸ່ນທີ່​ມາ​ຢ້ຽມຢາມ,ທ່ານ​ອູ​ປາງ​ໂກ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຈີນ​ຍີ່ປຸ່ນ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ສຳຄັນ,ການ​ຂະ​ຫາ​ຍາຍ​ການ​ພົວພັນ​​ໄມຕີ​ຈິດຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນຄຽງລະຫວ່າງ​ຈີນ​ຍີ່​ປຸ່ນບໍ່ພ​ຽງ​ແຕ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ​ເທົ່າ​ນັ້ນ,​ແລະ​ກໍ່​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ສັນຕິພາບ ສະຖຽນລະ​ພາບ​​ແລະການ​ພັດທະນາ​ຂອງ​ທົ່ວ​ອາຊີ​ແລະ​ຂອງ​ໂລກ.

ທ່ານ​ອູ​ປາງ​ໂກ​ກ່າວ​ວ່າ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຍີ່​ປຸ່ນທຳ​ຄວາມ​ພະຍາຍາມ,ຈັບໂອກາດ,ຕັ້ງໜ້າ​ປະຕິບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ອັນ​ສຳຄັນ​ທີ່​ຜູ້ນຳ​ສອງ​ປະ​ເທດ​ຕົກລົງ​ກັນ,ຊຸກ​ຍູ້​ການ​ແລກປ່ຽນ​ແລະການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ ສະພາ ພັກ​ການ​ເມືອງ​ແລະ​ປະຊາຊົນ​ໃຫ້​ກ້າວ​ສູ່ລວງ​ເລິກ​ຢ່າງຮອບດ້ານ,​ແກ້​ໄຂ​ບັນຫາທີ່​ສຳຄັນ​ແລະ​ສະດຸ້ງ​ໄວ​ເຊັ່ນ​ປະຫວັດສາດ​ແລະ​ໄຕ້​ຫວັນ​ເປັນ​ຕົ້ນ​ໃຫ້​ດີ,ປັບປຸງ​ແລະ​ເພີ່ມ​ທະວີ​ພື້ນຖານ​ການ​ເມືອງ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ,​ເພີ່ມ​ເຕີມພະລັງ​ຊີວິດ​ໃໝ່​ເຂົ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ຍີ່​ປຸ່ນຢ່າງ​ປອດ​ໃສ.