ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-25 17:24:47    
ກຳມະບານ​ຈີນ​ຫ້າງ​ຫາ​ທຶນ 23 ຕື້ 400 ລ້ານ​ຢວນຊ່ອຍ​ກຳມະກອນ​ຜູ້​ທຸກ​ຍາກ​ແກ້​ໄຂ​ບັນຫາ​ຊີວິດ​ການ​ເປັນ​ຢູ່

cri
ຕາມ​ຂ່າວcri: ​ແຕ່ກຳມະບານ​ຈີນ​ດຳ​ເນີນ​ໂຄງການ​ສົ່ງ​ຄວາມ​ອົບອຸ່ມ​ຊ່ອຍ​ກຳມະກອນ​ຜູ້​ທຸກ​ຍາກ​ເມື່ອ​ຊຸມ​ປີ 1990 ມາ​ນີ້,ກຳມະບານຂັ້ນຕ່າງໆ​ຂອງ​ຈີນ​ໄດ້ຫ້າງ​ຫາ​ທຶນລວມ 23 ຕື້ 400 ລ້ານ​ຢວນ,​ເຮັດ​ໃຫ້​ຄອບຄົວ​ກຳມະກອນ​ທີ່​ທຸກ​ຍາກ 60ລ້ານກວ່າ​ຄອບຄົວ​ໄດ້​ຮັບ​ການ​ຊ່ອຍ​ເຫືຼອ​ໃນ​ລະດັບ​ຕ່າງ​ກັນ.
ນີ້​ແມ່ນ​ນັກ​ຂ່າວ​ໄດ້​ຮັບ​ຂ່າວ​ຈາກ​ງານ​ຖະ​ແຫລ​ງຂ່າວ​ທີ່​ກຳມະບານ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ທັນວາ​ນີ້.

ຕາມ​ຮູ້​ວ່າ,ປີ​ໃໝ່​ສາກົນ​ແລະ​ບຸນ​ກຸດ​ຈີນ​ປີ 2007 ​ໃກ້​ຈະ​ວຽນມາ​ເຖິງ​ແລ້ວ,ກຳມະບານ​ແຫ່ງ​ຊາດ​ຈີນ​ໄດ້​ເບີກ​ເງິນ 50 ລ້ານ​ຢວນ​​ໄປ​ຊ່ອຍ​ເຫືຼອກຳມະກອນ​ຜູ້​ທຸກ​ຍາກ.ຈຸດ​ສູ​ມຂອງ​ເທື່ອ​ນີ້​ແມ່ນ​ລັດວິ​ສາ​ຫະກິດທີ່​ປ່ຽນ​ແປງ​ໂຄງ​ປະກອບ​ພ້ອມ​ດ້ວຍ​ກຳມະກອນ​ຜູ້​ທຸກ​ຍາກ​ຂອງ​ເຂດເສດຖະກິດດ້ອຍ​ພັດທະນາ​ແລະ​ເຂດ​ປະສົບ​ໄພ​ອ່າວ​ຮ້າຍ​ແຮງ,​ໃນ​ນັ້ນ,​ເງິນ​ທຶນ 20%​ໃຊ້​ເຂົ້າ​ໃນ​ການ​ອົບຣົມວິ​ຊາ​ຊີບ​ໃຫ້​ແກ່​ກຳມະກອນ​ຜູ້​ທຸກ​ຍາກ​ທີ່​ຕົກ​ງານ.ກຳມະບານ​ຈີນ​ຍັງ​ຈະ​ຮ່ວມ​ກັບ​ພາກສ່ວນ​ທາງ​ລົດ​ໄຟ​ແລະ​ພາກສ່ວນ​ຄົມມະນາຄົມ​ຊ່ອຍ​ຊາວ​ກະສິກອນ​ຊົນນະບົດ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ກັບ​ເມືອ​ກິນ​ບຸນ​ກຸດ​ຈີນ.