ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-24 19:10:56    
ການສະ​ໜອງ​ໄຟຟ້າ​ຂອງ​ຈີນ​​ໄດ້​ຈາກ​ຄວາມ​ຂາດ​ເຂີນ​ຮອດ​ຄວາມ​ດຸນ​ດຽງ

cri
ຕາມ​ຂ່າວສານ​ຊິ້ນ​ຮວາ: ຫວ່າງ​ມໍ່ໆ​ນີ້,ທ່ານ​ສາຍ​ຊົງ​ເຢ້ ປະທານ​ຄະນະ​ກຳມະການ​ຕິດຕາມ​​ແລະຄຸ້ມ​ຄອງ​​ໄຟຟ້າ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ ສະພາບ​ຝືດ​ເຄືອງ​ຂອງ​ການສະ​ໜອງ​ໄ​ຟ້ຟ້າ​ຂອງ​ຈີນ​ທີ່​​ເກີດ​ຂຶ້ນ​ແຕ່​ເດືອນ​ມິຖຸນາ​ປີ 2002 ມາ​ນີ້​ໄດ້​ມີ​ການ​ຫັນປ່ຽນ​ແລ້ວ.ການສະ​ໜອງ​ໄຟຟ້າ​ຂອງ​ຈີນ​ໄດ້​ຈາກ​ຄວາມ​ຂາດ​ເຂີນ​ຮອດ​ຄວາມ​ດຸນ​ດຽງ​ແລ້ວ.

ຕາມ​ແນະນຳ​ວ່າ,​ເພື່ອ​ຜ່ອນຄາຍ​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ການສະ​ໜອງກັບ​ຄວາມ​ຕ້ອງການ​ໄຟຟ້າ,ຈີນ​ໄດ້​ເລັ່ງລັດ​ກໍ່ສ້າງ​ພະລັງ​ໄຟຟ້າ.​ໃນ 4 ປີຜ່ານມາ, ປະລິມານ​ຜະລິດ​ໄຟຟ້າຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ດ້ວຍ​ສອງ​ຕົວ​ເລກ​ຕະຫລອດ​ມາ,ສູງ​ກວ່າ​ຈັງຫວະ​ການ​ເຕີບ​ໂຕ​ຂອງ GDP .ຕົວ​ເລກ​ຫລ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ,ຮອດ​ທ້າຍ​ເດືອນ​ຕຸລາ,ກຳລັງ​ຕິດຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ຂອງ​ຈີນ​ຫລາຍ​ກວ່າ 580 ລ້ານ​ກິ​ໂລ​ວັດ.