ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-23 19:31:48    
ໂຄງການ​ສຶກສາ​ຄວາມ​ຮ້​ປ້ອງ​ກັນ​ພະຍາດ​ເອດ​ໃຫ້​ແກ່​ຊາວ​ໜຸ່ມ​ເຍົາວະ​ຊົນ​ຈີນ​ໄດ້​ເລີ່​ມດຳ​ເນີນ​ຢູ່​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຊິນ​ຮວາ: ພິທີ​ເລີ່​ມດຳ​ເນີນ​ໂຄງການ​ສຶກສາ​ຄວາມ​ຮູ້​ປ້ອງ​ກັນ​ພະຍາດ​ເອດ​ໃຫ້​ແກ່​ຊາວ​ໜຸ່ນ​ເຍົາ​ວະ​ຊົນ​ຈີນ​​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 23 ທັນວາ​ນີ້.​ໂຄງການ​ດັ່ງກ່າວ​ມີ​ຈຸດປະສົງ​ຜ່ານ​ຈາກ​ການ​ລະດົມ​ທຶນ​ກຸສົນ​ຈາກ​ສັງຄົມ,ຊ່ອຍ​ໂຮງຮຽນ​ໜຶ່ງ​ໝື່ນ​ແຫ່ງ​ຂອງ​ຈີນ​ດຳ​ເນີນ​ການ​ສຶກສາ​ຄວາມ​ຮູ້​​ປ້ອງ​ກັນ​ພະຍາດ​ເອດ,​ເພື່ອ​ປ່ຽນ​ແປງ​ສະພາບ​ຂາດ​ຄວາມຮູ້​​ປ້ອງ​ກັນ​ພະຍາດ​ເອດ​ແລະ​ຄວາມ​ຮູ້​ທາງ​ເພດຂອງ​ນັກຮຽນ​ນັກ​ສຶກສາຊັ້ນມັດທະຍົມ​ຂຶ້ນ​ໄປ​ຂອງ​ຈີນ100​ລ້ານ​ກວ່າ​ຄົນ.

ໃນ​ພິທີ​​​ເລີ່​ມດຳ​ເນີນ​ໂຄງການ,ທ່ານ​ສູ​ເຈຍ​ລູ້ ຮອງ​ປະທານ​​ສະພາປະຊາຊົນ​ແຫ່ງ​ຊາດ​ຈີນ​ເວົ້າວ່າ,​ໂຄງການ​ສຶກສາ​ຄວາມ​ຮ້​ປ້ອງ​ກັນ​ພະຍາດ​ເອດ​ໃຫ້​ແກ່​ຊາວ​ໜຸ່ມ​ເຍົາວະ​ຊົນ​ຊ່ອຍ​ໂຮງຮຽນ​ດຳ​ເນີນ​ການ​ສຶກສາ​ຄວາມ​ຮູ້​​ປ້ອງ​ກັນ​ພະຍາດ​ເອດ​ດ້ວຍ​ຊ່ອງ​ທາງສາທາລະນະ,ນີ້​ແມ່ນ​​ເລື່ອງ​ດີ​ທີ່​ສ້າງ​ຜົນ​ປະ​ໂຫຍ​ດ​ໄວ້​ໃຫ້​ລູກຫລານ.ຕາມ​ແນະ​ນຳ​ວ່າ,​ໂຄງການ​ສຶກສາ​ຄວາມ​ຮ້​ປ້ອງ​ກັນ​ພະຍາດ​ເອດ​ໃຫ້​ແກ່​ຊາວ​ໜຸ່ມ​ເຍົາວະ​ຊົນ​ຈະ​ດຳ​ເນີ​ນ​ເປັນ​ເວລາ 5 ປີ,​ລະດົມ​ທຶນ 100 ລ້ານ​ຢວນ,ຊ່ອຍ​​ໂຮງຮຽນ​ໜຶ່ງ​ໝື່ນ​ແຫ່​ງດຳ​ເນີນກິດຈະກຳ​ປ້ອງ​ກັນ​ພະຍາດ​ເອດ,​ແລະ​ຊ່ອຍ​ເດັກນ້ອຍ​ທີ່​ເປັນ​ພະຍາດ​ເອດ ​ເດັກ​ກຳ​ພ້າ​ກຳພອຍ​ຍ້ອນ​ພໍ່​ແມ່​ເປັນ​ພະຍາດ​ເອດ​ດ້ວຍ​ຫລາຍຮູບ​ການ