|
 |
(GMT+08:00)
2006-12-16 17:21:01
|
 |
ຈີນຍິນດີປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມໝັ້ນທ່ຽງແລະຄວາມປອດໄພຂອງພະລັງງານສາກົນ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ 16 ທັນວານີ້ ຢູ່ທີ່ປັກກິ່ງ ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນກ່າວວ່າ, ຈີນຍິນດີປະກອບສ່ວນເຂົ້າໃນການປົກປັກຮັກສາ ຄວາມໝັ້ນທ່ຽງ ຄວາມປອດໄພແລະການພັດທະນາແບບຍືນຍົງຂອງພະລັງງານສາກົນ.
ກອງປະຊຸມລັດຖະມົນຕີກະຊວງພະລັງງານຂອງ 5 ປະເທດຄືຈີນ ອິນເດຍ ຍີ່ປຸ່ນ ສ.ເກົາຫຼີແລະອາເມລິກາໄດ້ຈັດຂຶ້ນຢູ່ປັກກິ່ງໃນມື້ດຽວກັນ.ໃນເວລາພົບປະກັບລັດຖະມົນຕີກະຊວງພະລັງງານຂອງຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມ,ທ່ານເວີນເຈຍປາວກ່າວວ່າ,ລັດຖະບານຈີນມີຈຸດປະສົງສ້າງສັງຄົມທີ່ປະຢັດພະລັງງານ,ອາໃສນະໂຍບາຍ ເຕັກນິກແລະການລົງທຶນ,ອອກແຮງເຮັດວຽກປະຢັດພະລັງງານ. ໃນຂະນະທີ່ສືບຕໍ່ບຸກເບີກນຳໃຊ້ຊັບພະຍາກອນຖ່ານຫີນ ນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດຢ່າງສົມເຫດສົມຜົນນັ້ນ,ໄດ້ຕັ້ງໜ້າພັດທະນາພະລັງງານທີ່ເກີດໃໝ່ໄດ້ເຊັ່ນພະລັງ ລົມແລະພະລັງຕາເວັນເປັນຕົ້ນ.
ທ່ານເວີນເຈຍປາວເວົ້າວ່າ,ລັດຖະບານຈີນຍິນດີພ້ອມກັນກັບປະເທດຕ່າງໆເພີ່ມທະວີການບຸກເບີກນຳໃຊ້ພະລັງງານ,ໂດຍສະເພາະແມ່ນຮ່ວມມືກັນໃນການປະຢັດພະລັງງານ ຍົກສູງສະມັດຕະພາບ ພັດທະນາພະລັງງານເຂົ້າແທນແລະການອະນຸລັກສິ່ງແວດລ້ອມ,ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມໝັ້ນທ່ຽງ ຄວາມປອດໄພແລະການພັດທະນາແບບຍືນຍົງຂອງພະລັງງານສາກົນ.
ຝ່າຍຕ່າງປະເທດເວົ້າວ່າ, 5 ປະເທດມີຜົນປະໂຫຍດຮ່ວມໃນຂົງເຂດພະລັງງານ,ພ້ອມກັນນັ້ນກໍປະເຊີນກັບການທ້າທາຍຮ່ວມ. ເພື່ອເລື່ອງນີ້,ຍິນດີສືບຕໍ່ໃຊ້ມາດຕະການທີ່ບັງເກີດຜົນເພື່ອຊຸກຍູ້ການພັດທະນາແລະນຳໃຊ້ເຕັກນິກໃນດ້ານພະລັງງານໃໝ່ແລະຍົກສະມັດຕະພາບໃຫ້ສູງຂຶ້ນ,ແລະເສີມສ້າງຄວາມປອດໄພຂອງພະລັງງານຮ່ວມຂອງທົ່ວໂລກ.
|
|
|