ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-14 19:39:01    
ຜົນ​ການ​ສຳ​ຫລວດ​ຜູ້​ຊ່ຽວຊານWTOທົ່ວ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນ​ເຂົ້າ​ເປັນ​ສະມາຊິກ​WTO​ໃນ 5 ປີ​ມາ​ນີ້​ໄດ້​ມີ​ການ​ປະພຶດ​ອັນ​ດີ​ເດັ່ນ

cri
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ກ່ອນ​ນີ້,ສູນ​ໃຫ້​ຄຳ​ປຶກສາ​ວຽກ​ງານWTOຫລື​ອົງການ​ການ​ຄ້າ​ໂລກ​ຂອງນະຄອນ​ຊຽງ​ໄຮ້​ແລະ​ສະມາຄົມ​ການ​ຄ້າ​ສາກົນ​ນະຄອນ​ຊຽງ​ໄຮ້​ໄດ້​ສຳ​ຫລວດ​ແບບ​ໃບ​ສອບ​ຖາມ​ຕໍ່​ຜູ້​ຊ່ຽວຊານ​ອາວຸ​ໂສ​ຂອງ​ອົງການWTO​ເກືອບ​ຮ້ອຍ​ຄົນ​ໃນ​ທົ່ວ​ໂລກ.ຜົນສຳ​ຫລວດ​ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ້​ໃຫ້​ສຳພາດ 57%​ໄດ້​ໃຫ້​ 80 ຄະ​ແນນຂຶ້ນ​​ໄປຕໍ່​ການ​ປະພຶດ​ລວມຂອງຈີນ​ໃນ​ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ໃນ​​ເວລາ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ,ບໍ່​ມີ​ຄົນ​ຕີ​ລາຄາ​ຕ່ຳ​ກວ່າ 70 ຄະ​ແນນ.ຜູ້​​ໃຫ້​ສຳພາດ 71%​ເຫັນ​ວ່າ,ຈີນ​ໄດ້​ຕັ້ງໜ້າ​ປັບປຸງ​ກົດໝາຍ​ແລະ​​ປະຕິ​ຮູບໂຄງ​ປະກອບ​ເສດຖະກິດ​ການ​ຄ້າ,​ໂຄງ​ປະກອບ​ເສດຖະກິດ​ແລະ​ກົດໝາຍ​ການ​ຄ້າ​ທີ່​ຈີນ​ປະຕິບັດ​ໃນ​ປະຈຸ​ບັນ​ໄດ້​ເປັນ​ເອກະສັນ​ກັນ​ໂດຍ​ພື້ນຖານ​ກັບ​ຄາດໝາຍ​ຂອງ​ໂຄງ​ປະກອບ​ການ​ຄ້າ​ຫລາຍ​ຝ່າຍ​ຂອງ​ອົງການWTO.

ໃນ​ດ້ານ​ຫລຸດ​ພາສີ​​ສິນຄ້າ​ແລະ​ການ​ອະນຸມັດ​ເຂົ້າຕະຫລາດ,ຜູ້​ໃຫ້​ສຳພາດ 57%​ເຫັນ​ວ່າ ຈີນ​ໄດ້​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ໃນ​ເວລາ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ໂດຍ​ພື້ນຖານ;​ແຕ່​ໃນ​ດ້ານ​ປະຕິບັດ​ສິດ​ຊັບ​ສິນ​ທາງ​ປັນຍາ,ຜູ້​ໃຫ້​ສຳພາດ 86%​ເອົາ​ໃຈ​ໃສ່​ນຳ​ບັນຫາ​ທີ່​ຈີ​ນມີ​ຢູ່​ໃນ​ປະຈຸ​ບັນ.

​ເປົ້າໝາຍ​ຂອງ​ການ​ສຳ​ຫລວດ​ເທື່ອ​ນີ້​ແມ່ນ​ຜູ່​ຊ່ຽວຊານ​ອາວຸ​ໂສ​ຂອງWTOຢູ່​ທະວີບອາ​ເມ​ລິ​ກາ ​ເອີ​ລົບ ​ໂອຊ​ຽນນີ​ແລະ​ອາຊີ​ເປັນ​ຕົ້ນ​ທີ່​ຄຸ້ນ​ເຄີຍ​ສະພາບ​ຂອງ​ຈີນ.