ໃນ 5 ປີຕໍ່ໜ້າ,ຈີນຈະບຳລຸງສ້າງພະນັກງານສັງຄົມອາຊີບໜຶ່ງແສນຄົນ
cri
ຕາມໜັງສືພິມເຢີນມິນຢື້ປ້າວ:ໃນ 5 ປີຕໍ່ໜ້າ,ຈີນຈະພະຍາຍາມບຳລຸງສ້າງພະນັກງານສັງຄົມອາຊີບຫລາຍກວ່າໜຶ່ງແສນຄົນ.ເຂົາເຈົ້າຈະເຮັດວຽກບໍລິການຢູ່ອົງການການປົກຄອງແລະປະຊາສົງເຄາະເຊັ່ນສະຫວັດດີການ ການກອບກູ້ສົງເຄາະແລະຮັບລ້ຽງເປັນຕົ້ນ.
ນີ້ແມ່ນນັກຂ່າວໄດ້ຮັບຂ່າວຈາກກະຊວງການປົກຄອງແລະປະຊາສົງເຄາະຈີນໃນຫວ່າງມໍ່ໆນີ້.ທ່ານຫລີເສຈູ ລັດຖະມົນຕີວ່າການກະຊວງການປົກຄອງແລະປະຊາສົງເຄາະກ່າວວ່າ,ພະນັກງານສັງຄົມແມ່ນພະນັກງານວິຊາຊີບທີ່ເຮັດວຽກບໍລິການສັງຄົມ.ພະນັກງານສັງຄົມໃກ້ຊິດກັບຂັ້ນຮາກຖານ,ມຸ່ງໜ້າສູ່ມວນຊົນ,ມີບົດບາດທີ່ເຂົ້າແທນບໍ່ໄດ້ໃນການແກ້ໄຂບັນຫາສັງຄົມຕ່າງໆ.
|
|