|
 |
(GMT+08:00)
2006-12-13 18:25:09
|
 |
ວົງການຕ່າງໆແຂວງຈຽງຊູຈີນໄວ້ອາໄລການສັງຫານໂຫດນານກິ່ງຄົບຮອບ 69 ປີ
cri
ຕາມຂ່າວສານຊິນຮວາ: ຕອນເຊົ້າ 10 ໂມງວັນທີ 13 ທັນວາ,ນະຄອນນານກິ່ງ ເທດສະບານແຂວງຈຽງຊູຈີນໄດ້ປ່ອຍສຽງຫວໍ. ວົງການຕ່າງໆຂອງແຂວງຈຽງຊູແລະນະຄອນນານກິ່ງ ຜູ້ຮັກຫອມສັນຕິພາບຂອງຈີນແລະຕ່າງປະເທດເກືອບ 3 ພັນຄົນໄດ້ຈັດງານໂຮມຊຸມນຸມໃນວັນສັນຕິພາບສາກົນຢູ່ນະຄອນນານກິ່ງ,ກົ້ມຫົວໄວ້ອາໄລແລະວາງພວງມາລາແດ່ຜູ້ປະສົບເຄາະຮ້າຍ,ໄວ້ອາໄລພີ່ນ້ອງຮ່ວມຊາດສາມແສນຄົນປະສົບເຄາະຮ້າຍໃນການສັງຫານໂຫດນານກິ່ງຄົບຮອບ 69 ປີ.
ມື້ດຽວກັນ,ວົງການຕ່າງໆແຂວງຈຽງຊູຍັງໄດ້ອອກຖະແຫລງການສັນຕິພາບນານກິ່ງ,ຮຽກຮ້ອງອົງການແລະຜູ້ຮັກຫອມສັນຕິພາບທັງຫລາຍຈົ່ງສາມັກຄີກັນ,ສູ້ຊົນເພື່ອສ້າງໂລກໃໝ່ທີ່ສັນຕິພາບ ກົມກຽວແລະປອງດອງກັນ.
ມື້ດຽວກັນ,ພະສົງຫລາຍສິບອົງຂອງຈີນແລະຍີປຸ່ນໄດ້ຈັດງານສວດມົນເພື່ອ ສັນຕິພາບຢູ່ນານກິ່ງ,ໄວ້ອາໄລເຖິງດວງວິນຍານຂອງຜູ້ປະສົບເຄາະຮ້າຍສາສະໜາ,ແລະອະທິຖານເພື່ອໃຫ້ມີສັນຕິພາບ.
ຫໍວາງສະແດງເອກະສານປະຫວັດສົງຄາມປະຊາຊົນນານກິ່ງຕໍ່ຕ້ານຍີ່ປຸ່ນທີ່ຕັ້ງຢູ່ນະຄອນນານກິ່ງກໍ່ໄຂໃຫ້ເຂົ້າຊົມໂດຍບໍ່ເກັບຄ່າໃນວັນທີ 13 ທັນວານີ້.
|
|
|