ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-11 19:55:39    
ຈີນ​ສົ່ງ​ເສີມທະນາຄານ​ຈີນກັບ​ຕ່າງປະ​ເທດ​ດຳເນີນການ ແກ່ງ​ແຍ່ງກັນ​ຢ່າງ​ຍຸດຕິ​ທຳ

cri
ຕາມ​ຂ່າວcri: ວັນ​ທີ 11 ທັນວາ,ຢູ່​ປັກ​ກິ່ງ,ທ່ານ​ຈຽງ​ຕິ້ງ​ຈື່ ຮອງ​ປະທານ​ຄະນະ​ກຳມະການ​ຕິດຕາມ​ຄຸ້ມ​ຄອງ​​ທະນາຄານ​ຈີນ​ກ່າວ​ວ່າ,ຈີນ​ສົ່ງ​ເສີມ​ທະນາຄານຈີນກັບ​ຕ່າງປະ​ເທດ​ດຳເນີນການແກ່ງ​ແຍ່ງກັນ​ຢ່າງ​ຍຸດຕິ​ທຳ.

ກົດ​ລະບຽບ​ຄຸ້ມ​ຄອງ​ທະນາຄານ​ຕ່າງປະ​ເທດ​ຂອງ​ຈີນ​ເລີ່​ມປະຕິບັດ ແຕ່​ວັນ​ທີ 11 ທັນວາເປັນຕົ້ນໄປ,ທະນາຄານ​ຕ່າງປະ​ເທດ​ທຸລະ​ກິດ​ເງິນ​ຢວນຢູ່​ຈີນ​ຈະ​ບໍ່​ຖືກ​ຈຳກັດ​ດ້ານ​ພູມີພາກ​ແລະ​ເປົ້າ​ໝາຍ​ລູກ​ຄ້າ.

ທ່ານ​ຈຽງ​ຕິ້ງ​ຈື່​ເວົ້າວ່າ,ຈີນ​ຈະ​ພະຍາຍາມ​ຊຸກ​ຍູ້​ທະນາຄານ​ສ້າງ​ກົນ​ໄກ​ແກ່ງ​ແຍ່ງ​ອັນ​ບັງ​ເກີດ​ຜົນ,ຊຳລະ​ແລະ​ບູລະນະ​ກົດ​ບັນຍັດຕິ​ດຕາມ​ຄຸ້ມ​ຄອງ​​ທະນາຄານ​ໃຫ້​ສົມບູນ​ຂຶ້ນ,​ເຮັດ​ໃຫ້​ທະນາຄານ​ຕ່າງປະ​ເທດ​ມີ​ຖານະ​ເທົ່າ​ທຽມ​ກັບ​ພົນລະ​ເມືອງຈີນ;ພ້ອມ​ກັນນັ້ນບູລະນະ​ກົນ​ໄກ​ຖອນ​ຕົວ​ອອກ​ຂອງ​ສະຖາ​ບັນ​ການ​ເງິນ​ໃຫ້​ສົມບູນ​ຂຶ້ນ,ສ້າງ​ສະພາບ​ແວດ​ລ້ອມ​ທຸລະ​ກິດ​ທີ່​ສະ​ເໝີ​ພາບ​​ໃຫ້​ແກ່​ທະນາຄານ​ຈີນ​ແລະ​ຕ່າງປະ​ເທດ.

ທ່ານ​ຈຽງ​ຕິ້ງ​ຈື່​ຍັງ​ກ່າວ​ວ່າ,ຈີນ​ສົ່ງ​ເສີມ​ທະນາຄານ​ຕ່າງປະ​ເທດ​​ໄປ​ດຳ​ເນີນ​ທຸລະ​  ກິ​ດຢູ່​ພາກ​ຕາ​ເວັນ​ຕົກ ​ແຫ່ຼງອຸດສາຫະກຳ​ເກົ່າ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ແລະ​ຊົນນະບົດ​ອັນ ກວ້າງໃຫຍ່​ເຊິ່ງ​ເປັນ​ເຂດ​ທີ່​ການ​ເງິນ​ດ້ອຍ​ພັດທະນາ,​ແລະ​ຈະ​ສະໜອງ​ນະ​​ໂຍບາຍ​ພິ​ເສດ​ທີ່​ສົມ​ຄູ່​ກັນ.