ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-11 18:57:00    
ຈີນຈະພະຍາຍາມຄວບ​ຄຸມ​ລາຄາລວມໃນປີ 2007​ ໃຫ້ໝັ້ນທ່ຽງໂດຍພື້ນຖານ

cri
ຕາມຂ່າວສານຊິນຮວາ:ວັນທີ 10 ທັນວາ,ຢູ່ປັກກິ່ງ,ທ່ານປີ້ຈິງຊວນ ຮອງ​ປະທານ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,ຈີນຈະພະຍາຍາມຄວບ​ຄຸມລາຄາລວມໃນປີ 2007 ​ໃຫ້ໝັ້ນທ່ຽງໂດຍພື້ນຖານ.

ໃນ​ກອງ​ປະຊຸມ​ຫົວໜ້າ​ກົມ​ລາຄາ​ສິນຄ້າ​ທົ່ວ​ປະ​ເທດ​ຈີນ,ທ່ານ​ປີ້​ຈິ​ງຊວນ​ເວົ້າວ່າ,ປີໜ້າ,ຈີນ​ຈະ​ເພີ່ມ​ທະວີ​ແລະ​ດັດ​​ແປງ​ວຽກ​ງານ​ດັດສົມ​ລາຄາ​ຕື່ມອີກ,​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ລາຄາ​ແລະ​ການ​ວິ​ເຄາະ​ສະພາບ​ການ​ລາຄາ,​ເອົາ​ໃຈ​ໃສ່​ນຳ​ການ​ປ່ຽນ​ແປງ​ລາຄາ​ຂອງ​ສິນຄ້າ​ສຳຄັນ​ເຊັ່ນ​ສະບຽງ​ອາຫານ ນ້ຳມັນ​ເຊື້ອ​ໄຟ​ແລະ​ເຫັຼກກ້າ​ເປັນ​ຕົ້ນ​ໃນ​ຕະຫລາ​ຈີນ​ແລະ​ຕ່າງ​ປະ​ເທດ​ແລະ​ການ​ປ່ຽນ​ແປງ​ຂອງ​ຕົວ​ເລກ​ດັດ​ຊະນີ​ສຳຄັນ​ຂອງ​ການ​ໝູນ​ເດີນ​ເສດຖະກິດ​ມະຫາ​ພາກ,ຍົກ​ຄວາມ​ສາມາດ​ຄາດ​ຄະ​ເນ​ຂອງ​ການ​ດັດສົມ​ລາຄາ​ໃຫ້​ສູງ​ຂຶ້ນ,ປ້ອງ​ກັນ​ບໍ່​ໃຫ້​ລາຄາ​ເໜັງຈີ​ງຢ່າງ​ຜິດ​ປົກກະຕິ​ຂອງ​ບາງ​ທ້ອງ​ຖິ່ນ​ແລະ​ສິນຄ້າ​ບາງ​ຊະນິດ​ພາ​ໃຫ້​ລາຄາ​ລວມສູງ​ຂຶ້ນ​ໄວ​ໂພດ.