|
 |
(GMT+08:00)
2006-12-11 18:50:20
|
ເສດຖະກິດຈີນເຕີບໂຕ 20 ປີ
cri
ຕາມຂ່າວສານຊິນຮວາ: ທ່ານລີຢີນິງ ນັກເສດຖະສາດທີ່ມີຊື່ສຽງຂອງຈີນຊີ້ອອກວ່າ,ເສດຖະກິດຈີນຈະເຕີບໂຕດ້ວຍຈັງຫວະ 7% ຢ່າງໜ້ອຍ 15 ປີຮອດ 20 ປີ,ຫລັງຈາກງານກິລາໂອລິມປິກປັກກິ່ງແລ້ວ,ເສດຖະກິດຈີນຈະບໍ່ຕະລູດລົງ.
ທ່ານແມ່ນໃຫ້ທັດສະນະດັ່ງກ່າວໃນເວລາກ່າວປາຖະກະຖາຢູ່ເຊີນເຈິ້ນ ເມືອງພາກໃຕ້ຈີນຫວ່າງກ່ອນນີ້.
ທ່ານເວົ້າວ່າ,ເສດຖະກິດຈີນເຕີບໂຕຢ່າງວ່ອງໄວແລະໝັ້ນທ່ຽງມີສາເຫດຕົ້ນຕໍ 4 ຂໍ້, ໜຶ່ງ ຄວາມເສື່ອຍຂອງການລົງທຶນ;ສອງ ປະຈຸບັນ,ຈີນພວມຢູ່ໃນໄລຍະທີ່ປະຊາຊົນມີຄວາມຕ້ອງການຫລາຍຢ່າງຫລາຍແນວ,ປະຊາຊົນມີຄວາມຕ້ອງການຕໍ່ເຮືອນຢູ່ ພາຫະນະຄົມມະນາຄົມ ການທ່ອງທ່ຽວແລະການພັກຜ່ອນລື່ນເລີງເປັນຕົ້ນ;ສາມ ເສດຖະກິດເອກະຊົນກວມມາດຕາສ່ວນຫລາຍສົມຄວນໃນGDPຂອງຈີນ;ສີ່ ຈີນພວມຢູ່ໃນຍຸກສະໄໝປ່ຽນຖ່າຍຊັບສິນຄົງທີ່ຢ່າງຫລວງຫລາຍ.
|
|
|