|
GDPຂອງຈີນປີນີ້ຈະຫລາຍກວ່າສອງໝື່ນຕຶ້ຢວນ
cri
ຕາມຂ່າວສານຊິນຮວາ: ວັນທີ 9 ທັນວາ,ຢູ່ປັກກິ່ງ,ທ່ານມາຄາຍ ປະທານຄະນະກຳມະການການພັດທະນາແລະການປະຕິຮູບແຫ່ງລັດຈີນກ່າວວ່າ,ປີນີ້,ເສດຖະກິດແຫ່ງຊາດຈີນສືບຕໍ່ຮັກສາທ່ວງທ່າອັນດີງາມທີ່ເຕີບໂຕຢ່າງໝັ້ນທ່ຽງແລະອ່າວໄວ,ກະວ່າ,ຍອດມູນຄ່າຜະລິດຕະພັນພາຍໃນປະເທດຫລືGDPໃນປີນີ້ຈະຫລາຍກວ່າສອງໝື່ນຕື້ຢວນ,ເພີ່ມຂຶ້ນຫລາຍກວ່າປີກາຍ 10,5%. ໃນກອງປະຊຸມວຽກງານການພັດທະນາແລະການປະຕິຮູບທົ່ວປະເທດຈີນທີ່ຈັດຂຶ້ນໃນມື້ດຽວກັນ,ທ່ານມາຄາຍຊີ້ອອກວ່າ,ໃນຂະນະທີ່ເສດຖະກິດພັດທະນາຢ່າງໝັ້ນທ່ຽງແລະອ່າວໄວນັ້ນ,ປີນີ້,ປະຊາຊົນຈີນກໍ່ໄດ້ຮັບຜົນປະໂຫຍດອ່າວຫລາຍ.ຕາມຄາດວ່າ,ປີນີ້,ຜູ້ປະກອບອາຊີບໃນຕົວເມືອງເພີ່ມຂຶ້ນຫລາຍກວ່າ 10 ລ້ານ 5 ແສນຄົນ,ລາຍໄດ້ຂອງປະຊາຊົນເພີ່ມຂຶ້ນຢ່າງຈະແຈ້ງ.
ພ້ອມກັນນັ້ນ,ທ່ານມາຄາຍຊີ້ອອກວ່າ,ເບິ່ງຈາກສະພາບໃນປະຈຸບັນແລ້ວເຫັນວ່າ,ເຖິງວ່າເສດຖະກິດຈີນໄດ້ຂະຫຍາຍໄປສູ່ທິດດັດສົມມະຫາພາກທີ່ຄາດໄວ້ກໍ່ຕາມ, ແຕ່ພື້ນຖານຍັງບໍ່ໝັ້ນແກ່ນ,ເສດຖະກິດຍັງເຕີບໂຕໄວໂພດ,ປັກໄຈທີ່ບໍ່ໝັ້ນທ່ຽງ ແລະບໍ່ກົມກຽວກັນຍັງອ່າວຫລາຍ.ທ່ານກ່າວວ່າ,ປີໜ້າ,ຈີນຈະຮັກສານະໂຍບາຍ ເສດຖະກິດມະຫາພາກໃຫ້ມີຄວາມສືບເນື່ອງແລະໝັ້ນທ່ຽງ,ປັບປຸງມາດຕະການ ດັດສົມຢ່າງທັນການ,ຮັກສາເສດຖະກິດໝູນເດີນຢ່າງໝັ້ນທ່ຽງ.
|
|