ໜັງສືປົກສີຟ້າຂອງສະພາບັນດິດວິທະຍາສາດສັງຄົມຈີນຄາດຄະເນວ່າ,ປີໜ້າ,ລາຍໄດ້ຂອງປະຊາຊົນໃນຕົວເມືອງແລະຊົນນະບົດຈີນຈະສືບຕໍ່ເພີ່ມຂຶ້ນ
cri
ຕາມຂ່າວສານຊິນຮວາ: ໜັງສືປົກສີຟ້າກ່ຽວກັບເສດຖະກິດປີ 2007 ທີ່ສະພາບັນດິດວິທະຍາສາດສັງຄົມຈີນປະກາດຫວ່າງກ່ອນນີ້ຄາດຄະເນວ່າ,ລາຍໄດ້ຂອງປະຊາຊົນໃນຕົວເມືອງແລະຊົນນະບົດຈີນໃນປີໜ້າຈະສືບຕໍ່ເພີ່ມຂຶ້ນ.
ໜັງສືປົກສີຟ້າດ້ານເສດຖະກິດທີ່ພາດຫົວເລື່ອງວ່າ: ການວິເຄາະແລະຄາດຄະເນສະພາບການເສດຖະກິດຈີນປີ 2007 ຂຽນວ່າ,ເບິ່ງຈາກລະດັບລາຍໄດ້ຂອງປະຊາຊົນຈີນໃນ 6 ເດືອນຕົ້ນປີນີ້ແລ້ວເຫັນວ່າ,ລາຍໄດ້ທີ່ຈັບຈ່າຍໄດ້ຂອງປະຊາຊົນໃນຕົວເມືອງແລະລາຍໄດ້ເປັນເງິນສົດຂອງປະຊາຊົນໃນຊົນນະບົດເມື່ອຄິດສະເລ່ຍຕາມຫົວຄົນລ້ວນແຕ່ໄດ້ເພີ່ມຂຶ້ນຢ່າງຈະແຈ້ງ,ບັນລຸລະດັບອ່າວສູງໃນຫລາຍປີມານີ້.
ໜັງສືປົກສີຟ້າວິເຄາະວ່າ,ເນື່ອງຈາກການດັດສົມມະຫາພາກໄດ້ຮັກສາໃຫ້ເສດຖະກິດເຕີບໂຕຂຶ້ນຢ່າງໝັ້ນທ່ຽງແລະວ່ອງໄວ,ລາຍໄດ້ຂອງປະຊົນໃນຕົວເມືອງຂອງຈີນຈະສືບຕໍ່ເພີ່ມຂຶ້ນໃນລະດັບອ່າວສູງ,ລາຍໄດ້ທີ່ຈັບຈ່າຍໄດ້ຂອງປະຊາຊົນໃນຕົວເມືອງປີນີ້ແລະປີໜ້າລ້ວນແຕ່ຈະເພີ່ມຂຶ້ນປະມານ 10%,ສູງກວ່າລະດັບເພີ່ມຂຶ້ນເມື່ອສອງປີກ່ອນ;ປີນີ້ແລະປີໜ້າ,ອັດຕາເພີ່ມຂຶ້ນຂອງລາຍໄດ້ຂອງປະຊາຊົນໃນຊົນນະບົດຄິດສະເລ່ຍຕໍ່ຫົວຄົນຈະບັນລຸປະມານ 6%,ລະດັບເພີ່ມຂຶ້ນຈະສະເໝີກັບເມື່ອສອງປີກ່ອນໂດຍພື້ນຖານ.
ນອກນີ້,ໜັງສືປົກສີຟ້າຄາດຄະເນວ່າ,ປີໜ້າ,ຈຳນວນຜູ້ຫວ່າງງານຂອງຈີນຈະຫລຸດໜ້ອຍລົງ,ແຕ່ຄວາມກົດດັນດ້ານການປະກອບອາຊີບຍັງຫລາຍຄືເກົ່າ.
|
|