ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-02 20:24:54    
ວິ​ສາ​ຫະ​ກິດ​ຈີນ​ທີ່​ຜະ​ລິດ​ອາ​ຫານ​ປອດ​ສານ​ເຄ​ມີ​ມີ​ເກືອບ​4000​ແຫ່ງ

cri
ຕາມ​ຂ່າວສານ​ຊີນ​ຮວາ,​ມາ​ຮອດ​ປະຈຸ​ບັນ,​ວິ​ສາ​ຫະກິດ​ຈີນ​ທີ່​ຜະລິດ​ອາ​ຫານ​ປອດ​ສານ​ເຄມີ​ໄດ້ມີ​ເກືອບ​4000​ແຫ່ງ,​ຜະລິດ​ຕະ​ພັນ​ຫຼາຍ​ກວ່າ1​ໝື່ນ​ຊະ​ນິດ.

ວັນ​ທີ2​ທັນວາ​ນີ້,​ໃນ​ງານ​ວາງ​ສະ​ແດງ​ອາຫານ​ປອດ​ສານ​ເຄມີ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້,​ທ່ານ​ນິວດຸ້ນ ລັດຖະ​ມົນຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ກະສິ​ກຳ​ຈີນ​ໄດ້​ເຜີຍ​ໃຫ້​ຮູ້​ຕົວ​ເລກ​ດັ່ງກ່າວ.​ທ່ານ​ເວົ້າ​ວ່າ,​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ຂະ​ແໜງ​ການ​ຜະລິດ​ອາ​ຫານ​ປອດ​ສານ​ເຄມີ​ຂອງ​ຈີນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ພັດ​ທະນາ​ຢ່າງ​ວ່ອງ​ໄວ​ແລະ​ປອດ​ໃສ,​ອາຫານ​ປອດ​ສານ​ເຄມີ​ໄດ້​ກາຍ​ເປັນ​ຍີ່​ຫໍ້​ຜະ​ລິດ​ຕະ​ພັນ​ກະສິ​ກຳ​ຍອດ​ຢ້ຽມ​ທີ່​ປອດ​ໄພ​ແລະ​ຄຸນ​ນະພາ​ບດີ.

ທ່ານ​ນິວ​ດຸ້ນ​ເວົ້າ​ວ່າ,​ການ​ເລັ່ງ​ລັດ​ພັດ​ທະນາ​ອາຫານ​ປອດ​ສານ​ເຄມີ,​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ທີ່​ມີ​ຕໍ່​ຜະລິດ​ຕະພັນ​ກະສິ​ກຳ​ທີ່​ປອດ​ແລະ​ຄຸນ​ນະ​ພາບ​ດີນັ້ນ,​ແມ່ນ​ມາດ​ຕະ​ການ​ຍຸດ​ທະ​ສາດ​ລາຍ​ໜຶ່ງ​ຂອງ​ຈີນ​ໃນ​ການ​ເລັ່ງ​ລັດ​ພັດ​ທະ​ນາ​ກະສິ​ກຳ​ແບບ​ທັນ​ສະ​ໄໝ.​ການ​ພັດທະ​ນາ​ອາຫານ​ປອດ​ສານ​ເຄມີ,​ຍັງ​ມີ​ຜົນ​ດີ​ຕໍ່​ການ​ໃຫ້​ຊາວ​ກະສິ​ກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ແລະ​ເພີ່ມ​ການສົ່ງ​ອອກ​ຜະລິດ​ຕະພັນ​ກະສິ​ກຳຂອງ​ຈີນ.