ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-30 20:45:35    
ຈີນ​ພວມ​ສ້​າງຮູບ​ແບບທີ່​ຕ້ອງການ​ເຮືອນ​ຢູ່​ຂະໜາດ​ກາງ​ແລະ​ນ້ອຍ​ເປັນ​ຫລັກ

cri
ຕາມ​ຂ່າວcri: ວັນ​ທີ 30 ພະຈິກນີ້,ຢູ່​ປັກ​ກິ່ງ,ທ່ານ​ຫລີ​ວຈື້​ເຟີ​ງ ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ກໍ່ສ້າງ​ຈີນ​ເວົ້າວ່າ,​ເພື່ອ​ຊັກ​ນຳ​ຕະຫລາດ​ອະສັງຫາລິມະ​ຊັບ​ພັດທະນາ​ໄປ​ສູ່​ທິດ​ແກ້​ໄຂ​ບັນຫາ​ເຮືອນ​ຢູ່​ຂອງ​ປະຊາຊົນ​ສາມັນ,ຈີນ​ພວມ​ສ້າງ​ຮູບ​ແບບ​ຕ້ອງການເຮືອນ​ຢູ່​​ຂະໜາດ​ກາງ​ແລະ​ນ້ອຍ​ເປັນ​ຫລັກ.

ປະຈຸ​ບັນ,​ເຮືອນ​ຢູ່​ທີ່​ປະຊາຊົນ​ຈີ​ນຕ້ອງການ​ນັ້ນຕົ້ນຕໍ​ແມ່ນ​ເຮືອນ​ຢູ່​ເປັນ​ສິນຄ້າ​ທຳ​ມະ​ດາ​ຂະໜາດ​ກາງ​ແລະ​ນ້ອຍ.ນັບ​ມາ​ຮອດ​​ເດືອນ​ກັນຍາປີ​ນີ້,​ໃນ​ໂຄງການ​ເຮືອນ​ຢູ່​ເປັນ​ສິນຄ້າ​ຂອງ 20 ກວ່າ​ຕົວ​ເມືອງ​ໃຫຍ່​ແລະ​ຜ້ານ​ກາງ​ນັ້ນ,ມາດຕາ​ສ່ວນ​ຂອງ​ເຮືອນ​ຢູ່​ທີ່​ມີ​ເນື້ອ​ທີ່​ໜ້ອຍ​ກວ່າ 90 ຕາ​ແມັດກວມ 75%.ທ່ານ​ຫລີ​ວຈື້​ເຟີ​ງ​ເວົ້າວ່າ,ການ​ສ້າງ​ຮູບ​ແບບ​ທີ່​ຕ້ອງການເຮືອນ​ຢູ່​ຂະໜາດ​ກາງ​ແລະ​ນ້ອຍ​ເປັນ​ຫລັກ​ນັ້ນສອດຄ່ອງ​ກັບ​ເງື່ອນ​ໄຂ​ດ້ານ​ປະຊາກອນ ຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ​ແລະ​ລະດັບ​ຕົວ​ຈິງ​ຂອງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ​ປະຈຸ​ບັນ​ຂອງ​ຈີນ.