ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-27 19:40:42    
ຈີນ​ຈະ​ເອົາ​ເຂດ​​ຕາ​ເວັນ​ຕົກ​ເປັນ​ຈຸດ​ໜັກ​​ໃນ​ການພັດທະນາ​ຊັບພະຍາກອນ​ໄຟຟ້າ​ນ້ຳຕົກ

cri
ຕາມ​ຂ່າວສານ​ຊິນ​ຮວາ​ໃນ​ວັນ​ທີ 27 ພະຈິກ: ​ໃນ​ເວລາ​ຕ້ອນ​ຮັບ​ການ​ເຂົ້າສຳພາດ​ຂອງ​ນັກ​ຂ່າວ​ໃນ​ຫວ່າງ​ມໍ່ໆ​ນີ້,ທ່ານ​ຈ່າງ​ກົກປາວ ຮອງ​ປະທານ​ຄະນະ​ກຳມະການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,ຈີນ​ຈະ​ເອົາ​ເຂດ​​ຕາ​ເວັນ​ຕົກ​ທີ່​ມີ​ຊັບພະຍາກອນ​ນ້ຳ​ອ່າວສົມບູນ​ເປັນ​ຈຸດ​ໜັກ​ໃນ​ການ​ພັດທະນາ​ຊັບພະຍາກອນ​​ໄຟ​ຟ້າ​ນ້ຳຕົກ.
ທ່ານ​ຈາງ​ກົກ​ປາວ​ແນະ​ນຳ​ວ່າ,​​ແຜນ​ພັດທະນາ​ຂອງ​ຈີນ​ໃນ5 ປີ​ຕໍ່ໜ້າ​ໄດ້​ວາງ​ໄວ້ຢ່າງ​ຈະ​ແຈ້ງ​ວ່າ​ຖື​ການ​ພັດທະນາ​ໄຟຟ້າ​ນ້ຳຕົກ​ເປັນ​ບູລິ​ມະ​ສິ​ດ.ປະຈຸ​ບັນ,ຈີນ​ໄດ້​ສຳ​ເລັດ​ການ​ສຳ​ຫລວດ​ຊັບພະ​ຍາກ​ອນນ້ຳຂອງ​ແຂວງ​ຕ່າງໆ​ແລ້ວ,ຊັບພະຍາກອນ​ນໄຟຟ້ານ້ຳຕົກ​ທີ່​ສາມາດພັດທະນາ​ໄດ້​ໃນ​ທົ່ວ​ປະ​ເທດ​ມີ 500 ລ້ານ​ກວ່າ​ກິ​ໂລ​ວັດ.ຮອດ​ທ້າຍ​ປີ 2005,ກຳລັງ​ຕິດຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​​ໄດ້ມີ 117 ລ້ານ​ກິ​ໂລ​ວັດ,​ເຖິງ​ວ່າ​ເປັນ​ທີ​ໜຶ່ງ​ໃນ​ໂລກ,​ແຕ່​ກວມ​ຍອດ​ກຳລັງ​ຕິດຕັ້ງ​ໄຟຟ້າ​ນ້ຳຕົກ​ພຽງ 24%​ເທົ່າ​ນັ້ນ.