ກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານຕາເວັນຂອງຕິເບດເປັນທີໜຶ່ງໃນທົ່ວປະເທດຈີນ
cri
ຕາມໜັງສືພິມເຢີນມິນຢື້ປ້າວຂອງຈີນ:ກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານຕາເວັນປະເພດຕ່າງໆຂອງເຂດຕິເບດປົກຄອງຕົນເອງຂອງຈີນມີ 90 ລ້ານກິໂລວັດ,ເປັນທີໜື່ງໃນທົ່ວປະເທດຈີນ.
ໃນກອງປະຊຸມວິທະຍາສາດເຕັກໂນໂລຊີທົ່ວເຂດຕິເບດ,ນັກຂ່າວໄດ້ຮູ້ວ່າ,ຕິເບດມີພະລັງຕາເວັນຫລາຍກວ່າໝູ່ຢູ່ຈີນ,ສະເລ່ຍແລ້ວ,ແຕ່ລະປີມີແສງແດດ 3 ພັນຊົ່ວໂມງຂຶ້ນໄປ,ມີທ່າແຮງລື່ນໝູ່ໃນການພັດທະນາໂຮງຜະລິດໄຟຟ້າດ້ວຍພະລັງງານຕາເວັນ.ປະຈຸບັນ,ຕິເບດໄດ້ສ້າງໂຮງຜະລິດໄຟຟ້າດ້ວຍພະລັງງານຕາເວັນປະເພດຕ່າງໆເກືອບ 400 ແຫ່ງ,ຜ່ານຈາກການພັດທະນາແລະນຳໃຊ້ຊັບພະຍາກອນພະລັງງານຕາເວັນໂດຍສັງລວມເຂດຕິເບດໄດ້ແກ້ໄຂບັນຫາໄຟຟ້າຂອງທີ່ຕັ້ງຂອງອຳນາດການປົກຄອງເມືອງທັງໝົດແລະພົນລະເມືອງທີ່ຕັ້ງພູມລຳເນົາຢ່າງໜາແໜ້ນ.
|
|