|
 |
(GMT+08:00)
2006-11-09 21:18:21
|
 |
ທ່ານນາງອູອີຫວັງໃຫ້ຈີນກັບອາເມລິກາປະຕິບັດຕໍ່ແລະແກ້ໄຂບັນຫາສິດຊັບສິນທາງປັນຍາລະຫວ່າງຈີນກັບອາເມລິກາຈາກດ້ານຍຸດທະສາດແລະມຸມຍາວໄກ
cri
Author: da
ຕາມຂ່າວສານຊິນຮວາ:ວັນທີ 9 ພະຈິກ ທ່ານນາງອູອີ ຮອງນາຍົກລັດຖະມົນຕີຈີນກ່າວວ່າ,ເຖິງວ່າຈີນອາເມລິກາມີຄວາມເຫັນຂັດກັນຈຳນວໜຶ່ງໃນຂົງເຂດສິດຊັບສິນທາງປັນຍາ,ແຕ່ສອງຝ່າຍຄວນປະຕິບັດຕໍ່ແລະແກ້ໄຂບັນຫາສິດຊັບສິນທາງປັນຍາລະຫວ່າງຈີນກັບອາເມລິກາຈາກດ້ານຍຸດທະສາດແລະມຸມຍາວໄກ. ໃນເວລາພົບປະທ່ານເອຣິກ ສມິສ ປະທານສະຫະພັນສິດຊັບສິນທາງປັນຍາສາກົນຂອງອາເມລິກາພ້ອມດ້ວຍຄະນະ,ທ່ານນາງອູອີກ່າວວ່າ,ຈີນໃຊ້ເວລາອັນສັ້ນໆກໍ່ໄດ້ເດີນຜ່ານເສັ້ນທາງທີ່ບາງປະເທດເຄີຍໃຊ້ເວລາຫຼາຍຮ້ອຍປີ,ສ້າງຕັ້ງລະບົບປົກປ້ອງສິດຊັບສິນທາງປັນຍາຊຸດໜຶ່ງທີ່ສອດຄ່ອງກັບກົດລະບຽບສາກົນແລະສະພາບແຫ່ງຊາດຈີນເປັນກ້າວໆ,ໄດ້ໃຊ້ມາດຕະການທີ່ມີປະສິດທິຜົນຢ່າງຫຼວງຫຼາຍເພື່ອເພີ່ມທະວີການປະຕິບັດກົດໝາຍວ່າດ້ວຍການປົກປ້ອງສິດຊັບສິນທາງປັນຍາ. ນາງເວົ້າວ່າ,ທະແນມແຕ່ຈີນກັບອາເມລິກາເຄົາລົບກັນ ປະຕິບັດຕໍ່ກັນຢ່າງສະເໝີພາບ ເພີ່ມທະວີການສົນທະນາກັນ ສະແຫວງຫາສິ່ງທີ່ຄືກັນສະຫງວນສິ່ງທີ່ຕ່າງກັນ,ຜ່ານຈາກການສົນທະນາແລະປຶກສາຫາລືກັນມາແກ້ໄຂບັນຫາທີ່ສະດຸ້ງໄວແລະຄວາມເອົາໃຈໃສ່ຂອງກັນຢ່າງເໝາະສົມ,ຜ່ານຈາກການຮ່ວມມື ມາແກ້ໄຂບັນຫາທີ່ປະກົດຕົວໃນການພັດທະນາ,ການພົວພັນລະຫວ່າງຈີນກັບອາເມລິກາກໍ່ຈະສາມາດຂະຫຍາຍໄປໜ້າຢ່າງບໍ່ຢຸດຢັ້ງ.
ທ່ານສມິສຍ້ອງຍໍລັດຖະບານຈີນທີ່ພະຍາຍາມປົກປ້ອງສິດຊັບສິນທາງປັນຍາ.ທ່ານເວົ້າວ່າ,ສະຫະພັນສິດຊັບສິນທາງປັນຍາສາກົນຂອງອາເມລິກາຍິນດີເຮັດວຽກຫຼາຍກວ່າເກົ່າເພື່ອເພີ່ມທະວີການປົກປ້ອງລິກຂະສິດແລະຊຸກຍູການພັດທະນາດ້ານອຸດສາຫະກຳ.
|
|
|