|
 |
(GMT+08:00)
2006-11-04 19:56:11
|
ຈີນໄດ້ສະແດງບົດບາດສຳຄັນໃນການພັດທະນາການທ່ອງທ່ຽວຂອງໂລກ
cri
Author: da
ຕາມຂ່າວສານຊິນຮວາ: ງານທ່ອງທ່ຽວສາກົນຮວງຊ່ານຈີນຄັ້ງທີ 10 ແລະງານວັດທະນະທຳອ່ານຫຸ່ຍໄດ້ຈັດຂຶ້ນຢູ່ຮວງຊ່ານແຂວງອ່ານຫຸ່ຍຂອງຈີນ. ທ່ານຟຼານຊິສໂກ ຟຼານເກຍລີ ເລຂາທິການໃຫຍ່ອົງການທ່ອງທ່ຽວໂລກໄດ້ແຕ່ງທູດພິເສດເຂົ້າຮ່ວມພິທີໄຂງານແລະອ່ານຄຳປາໄສຂອງທ່ານ.ໃນຄຳປາໄສຂອງທ່ານໄດ້ກ່າວວ່າ,ຈີນໄດ້ກາຍເປັນປະເທດທີ່ການທ່ອງທ່ຽວພັດທະນາໄວກວ່າໝູ່,ພວມສະແດງບົດບາດສຳຄັນໃນການພັດທະນາການທ່ອງທ່ຽວຂອງໂລກ.
ຄຳປາໄສກ່າວວ່າ,ຈີນແມ່ນປະເທດອາຊີທີ່ໄດ້ຮັບຄວາມສົນໃຈຫຼາຍກວ່າໝູ່ຈາກນັກທ່ອງທ່ຽວ,ເປັນອັນດັບທີ 4 ໃນປະເທດຈຸດໝາຍການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຫຼາຍກວ່າໝູ່ໃນໂລກ. ໃນຫຼາຍປີມານີ້,ອົງການທ່ອງທ່ຽວໂລກກັບຈີນແລະອົງການປົກຄອງທ້ອງຖິ່ນຂອງຈີນໄດ້ສ້າງການພົວພັນໄມຕີຈິດແລະຕ່າງຝ່າຍຕ່າງມີຜົນປະໂຫຍດ,ອົງການດັ່ງກ່າວຈະເຮັດຄືແຕ່ເກົ່າເມືອຫຼັງເອົາໃຈໃສ່ແລະສະໜັບສະໜູນການພັດທະນາການທ່ອງທ່ຽວຂອງຈີນ.
|
|
|