ຄວາມຂາດດຸນດ້ານການຄ້າຈີນອາເມລິກາມີບັນຫາທີ່ຕົວເລກສະຖິຕິຕ່າງກັນ
cri
ຕາມຂ່າວສານຊີນຮວາ,ຫວ່າງມໍ່ໆນີ້ຢູ່ທີ່ປັກກິ່ງ,ທ່ານເຊ້ຟູຈ່ານ ຫົວໜ້າກົມສະຖິຕິແຫ່ງຊາດຈີນກ່າວວ່າ,ຈີນກັບອາເມລິກາມີຄວາມຂາດດຸນດ້ານການຄ້າອ່າວຫຼາຍ,ນີ້ມີສາເຫດດ້ານເສດຖະກິດ,ກໍມີບັນຫາທີ່ຕົວເລກສະຖິຕິຕ່າງກັນ, ຕ້ອງ ການໃຫ້ສອງຝ່າຍພ້ອມກັນພະຍາຍາມແກ້ໄຂ.
ທ່ານເຊ້ຟູຈ່ານແມ່ນໃຫ້ທັດສະນະດັ່ງກ່າວໃນເວລາພົບປະກັບຜູ້ຕາງໜ້າຄະນະກຳມະການການຄ້າສາກົນອາເມລິກາ.
ຍ້ອນຄວາມຕ່າງກັນດ້ານສະຖິຕິຂອງການຄ້າຈີນອາເມລິກາ,ຝ່າຍຈີນມີຕົວເລກສະຖິຕິວ່າ,ການຄ້າຈີນກັບອາເມລິກາໃນປີ2005ໄດ້ປຽບ110ກວ່າຕື້ໂດລາ,ແຕ່ຕົວເລກຂອງຝ່າຍອາເມລິກາພັດມີເກືອບ200ຕື້ໂດລາ.
ປະຈຸບັນ,ການສະຖິຕິການຄ້າກັບຕ່າງປະເທດຂອງຈີນແລະອາເມລິກາແມ່ນປະຕິບັດຕາມຫຼັກການແຫຼ່ງການຜະລິດເດີມ.ມີນັກເສດຖະສາດສາກົນແລະນັກສະຖິຕິນັບມື້ນັບຫຼາຍເຫັນວ່າ,ໃນສະຖິຕິຂອງການຄ້າຂາຍຕໍ່ແລະການຄ້າປຸງແຕ່ງ, ຫຼັກການດັ່ງກ່າວຈະມີຄວາມຜິດໂຕນກັນອ່າວຫຼາຍ.
|
|