|
 |
(GMT+08:00)
2006-10-14 17:32:26
|
 |
ລະບອບຊ່ອຍເຫຼືອດ້ານກົດໝາຍຂອງຈີນຄ່ອຍໆກາຍເປັນລະບົບໃນການຮັກສາຄວາມຍຸດຕິທຳໃນສັງຄົມ
cri
ຕາມຂ່າວສານຊີນຮວາ,ລະບອບຊ່ອຍເຫຼືອດ້ານກົດໝາຍທີ່ຄ່ອຍໆກາຍເປັນລະບົບຂອງຈີນພວມສະໜອງການສະໜັບສະໜູນດ້ານກົດໝາຍຢ່າງແຂງແຮງໃຫ້ແກ່ຜູ້ທຸກຍາກແລະຜູ້ອ່ອນແອ,ເຊິ່ງໄດ້ປົກປ້ອງສິດແລະຜົນປະໂຫຍດທີ່ຊອບທຳຂອງເຂົາເຈົ້າໃນດ້ານຮ່າງກາຍແລະຊັບສິນເປັນຕົ້ນ.
ການສ້າງລະບົບຊ່ອຍເຫຼືອດ້ານກົດໝາຍຂອງຈີນນັບມື້ນັບສຸກງອມກວ່າເກົ່າ,ອົງການຈັດຕັ້ງຊ່ອຍເຫຼືອດ້ານກົດໝາຍທີ່ມີຢູ່ໃນປະຈຸບັນມີເຖິງ3000ກວ່າແຫ່ງ,ເຂດແຂວງສ່ວນຫຼາຍໄດ້ສ້າງກົດໝາຍທ້ອງຖິ່ນກຳນົດຂອບເຂດແຫ່ງການຊ່ອຍເຫຼືອດ້ານກົດໝາຍແລະມາດຖານແຫ່ງຄວາມທຸກຍາກດ້ານເສດຖະກິດ.ເປົ້າໝາຍຂອງ ການຊ່ອຍເຫຼືອດ້ານກົດໝາຍລວມທັງປະຊາຊົນຜູ້ທຸກຍາກ,ກໍມີຊາວກະສິກອນທີ່ເຮັດວຽກໃນຕົວເມືອງ ຜູ້ເຖົ້າຜູ້ແກ່ແລະຜູ້ບໍ່ເຕັມກະສຽນອາຍຸເປັນຕົ້ນ.
ຕາມສະຖິຕິຂອງກະຊວງຍຸດຕິທຳຂອງຈີນ,ໃນປີ2005,ໃນທົ່ວປະເທດມີ4ແສນ3ໝື່ນກວ່າຄົນໄດ້ຮັບການຊ່ອຍເຫຼືອດ້ານກົດໝາຍ,ຫຼາຍກວ່າປີ2004 48%, ໃນປີດຽວກັນ,ການຊ່ອຍເຫຼືອດ້ານກົດໝາຍໄດ້ຊຳລະຄະດີ2ແສນ5ໝື່ນກວ່າລາຍ.
|
|
|