ໃນ 8 ເດືອນຕົ້ນປີນີ້ ຈີນໄດ້ສ້າງມູນຄ່າທຸລະກິດໃນການຮັບເໝົາໂຄງການຢູ່ຕ່າງປະເທດເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນໃນປີກາຍປະມານ 45%
cri
Author: cai
ຕາມຂ່າວສານຊີນຮວາ:ຂໍ້ມູນຫຼ້າສຸດທີ່ມາຈາກກະຊວງການຄ້າຈີນສະແດງໃຫ້ເຫັນວ່າ,ແຕ່ເດືອນມັງກອນຫາເດືອນສິງຫາປີນີ້,ຈີນໄດ້ສ້າງມູນຄ່າທຸລະກິດ 17 ຕື້ 100 ລ້ານໂດລາໃນການຮັບເໝົາໂຄງການຢູ່ຕ່າງປະເທດ,ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນໃນປີກາຍປະມານ 45%.ມູນຄ່າໃນຂໍ້ຜູກພັນທີ່ເຊັນກັນໃໝ່ມີ 32 ຕື້ 700 ລ້ານກວ່າໂດລາ,ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນໃນປີກາຍ 105% ຂຶ້ນໄປ.
ປະຈຸບັນ,ການຮັບເໝົາໂຄງການຢູ່ຕ່າງປະເທດຂອງຈີນໄດ້ກໍ່ຕົວເປັນສະພາບຕະຫຼາດແບບຫຼາຍເຄົ້າທີ່"ຖືອາຊີເປັນຫຼັກ,ຂະຫຍາຍຢູ່ອາຟຼິກາ,ເປີດກວ້າງຢູ່ເອີລົບ ອາເມລິກາ ອາເມລິກາລາຕີນແລະປາຊີຟິກໃຕ້"ໂດຍພື້ນຖານແລ້ວ,ວຽກງານກ່ຽວພັນເຖິງຫຼາຍຂົງເຂດເຊັ່ນສະຖາປັດຕະຍະກຳ ອຸດສາຫະກຳເຄມີແລະນ້ຳມັນເຊື້ອໄຟ ການຂົນສົ່ງແລະຄົມມະນາຄົມ ຊົນລະປະທານແລະໄຟຟ້າເປັນຕົ້ນ.
|
|