ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-05 18:38:25    
"ການ​ທ່ອງ​ທ່ຽວ​ຊົນ​ນະ​ບົດ"ຊ່ອຍ​​ແຂວງ​​ເຮ​ລຸງ​ຈ່ຽງ​5​ແສນ​ຄົນ​ໃຫ້​ພົ້ນ​ທຸກ

cri

ຕາມ​ຂ່າວສານ​ຊິນ​ຮວາ:"ການທ່ອງ​ທ່ຽວ​ຊົນນະບົດ"ທີ່​ເຊື່ອມ​ໂຍງການ​ທ່ອງ​ທ່ຽວ,ການ​ພັກ​ຜ່ອນ​ແລະລື່ນ​ເລີງ​ຮ່ວມ​ເຂົ້າກັນນັ້ນ,​​ໄດ້ເຮັດ​ໃຫ້​ຊາວ​ກະສິ​ກອນ​ເກື​ອບ5​ແສນ​ຄົນ​ຂອງ​ແຂວງ​ເຮລຸງ​ຈ່ຽງ ທີ່​ຜະລິດ​ກະສິ​ກຳ​​ເປັນ​ສ່ວນ​ໃຫຍ່​ຢູ່ ພາກ​ຕາ​ເວັນອອກ​ສຽງ​ເໜືອ​ຂອງ​ຈີນ​ພົ້ນ​ຈາກ​ຄວາມທຸກ​ຍາກ.

ໃນ​ຫຼາຍປີ​ມາ​ນີ້,ລັດຖະ​ບານ​ຈີ​ນສົ່ງ​ເສີມ​ຊາວ​ກະສິ​ກອນປ່ຽນ​ທັດ​ສະນະ​ຄະຕິ,ດ້ວຍ​ການອາ​ໄສ​ຊັບພະ​ຍາ​ກອນ​ທີ່​ມີໃນ​ທ້ອງ​ຖິ່ນ​ເພື່ອຂະ​ຫຍາຍ​ຊ່ອງ​ທາງ​ສ້າງ​ລາຍ​ໄດ້ຊາວກະ​ສິ​ກອນ​ຫຼາຍຄົນ​ຂອງ​ແຂວງ​ເຮລຸງຈ່ຽງ​ອາ​ໄສສີ​ສັນພິ​ເສດ​ຂອງ​ຊົນນະ​ບົດຂອງ​ຕົນ,ຈາກ​ການ​ປູກຝັງ​ປ່ຽນ​ເປັນ​​ເຮັດ​ທຸລະ​ກິດ​ທ່ອງ​ທ່ຽວ ​ເຊັ່ນ,ການ​ທ່ຽວ​ຊົນ​ແລະ​ການ​​ເກັບ​ກູ້​ຜົນ​ຜະລິດ​ເປັນ​ຕົ້ນ.​ໃນ​ລະດູ​ຮ້ອນ​ປີ​ນີ້,​ເຮືອນ​ພັກ​​ແບບ​ຄອບຄົວ​ທີ່​ຊາວກະ​ສິກອນ​ບາງ​ເຂດ​ຈັດ​ຕັ້ງຂຶ້ນ​ນັ້ນ​ໄດ້​ເກີດ​ມີ​ສະພາບ​ການທີ່​ຫ້ອງ​ພັກ​ຕອບ​ສະ​ໜອງ​ຄວາມ​ຕ້ອງການ​ຂອງ​​ນັກ​ທ່ອງ​ທ່ຽວບໍ່​ພຽງພໍ.