|
 |
(GMT+08:00)
2006-09-28 11:14:51
|
 |
ຈີນແລະຣັດເຊຍສະຫຼອງວັນສ້າງສາຍສຳພັນທາງການທູດຄົບຮອບ57ປີຢູ່ປັກກິ່ງ
cri
ຕາມຂ່າວສານຊີນຮວາ, ວັນທີ27ກັນຍາ,ສະມາຄົມມິດຕະພາບກັບຕ່າງປະເທດປະຊາຊົນຈີນແລະສະມາຄົມມິດຕະພາບຈີນຣັດເຊຍໄດ້ຈັດງານລ້ຽງຮັບຮອງຢູ່ປັກກິ່ງ,ເພື່ອສະເຫຼີມ ສະຫຼອງຈີນກັບຣັດເຊຍສ້າງສາຍສຳພັນທາງການທູດຄົບຮອບ57ປີ,ບຸກຄົນວົງການຕ່າງໆຂອງສອງປະເທດໄດ້ເຂົ້າຮ່ວມ.
ໃນງານລ້ຽງຮັບຮອງ,ທ່ານຫຼີສ້ຽວລິນ ຮອງປະທານສະມາຄົມມິດຕະພາບກັບຕ່າງປະເທດຂອງປະຊາຊົນຈີນກ່າວຄຳປາໄສວ່າ,ປີນີ້ແມ່ນຈີນກັບຣັດເຊຍສ້າງການພົວພັນຄູ່ຮ່ວມມືຍຸດທະສາດຄົບຮອບ10ປີແລະໄດ້ເຊັນ"ສັນຍາຮ່ວມມືມິດຕະພາບແບບບ້ານໃກ້ເຮືອນຄຽງລະຫວ່າງຈີນກັບຣັດເຊຍ"ຄົບຮອບ5ປີ,ພ້ອມນັ້ນກໍແມ່ນຈຸດເລີ່ມຕົ້ນທີ່ສອງຝ່າຍຈັດປີຈີນແລະປີຣັດເຊຍ.ເມື່ອສອງຝ່າຍພ້ອມກັນພະຍາຍາມແລ້ວ,ການພົວພັນສອງປະເທດຈີນຣັດເຊຍໄດ້ຂະຫຍາຍຕົວກ້າວສູ່ລວງເລິກຢ່າງວ່ອງໄວແລະຮອບດ້ານ,ການຮ່ວມມືດ້ານຍຸດທະສາດກໍແໜ້ນແຟ້ນກວ່າເກົ່າ.
ທ່ານຣາຊົຟ ເອກອັກຄະລັດຖະທູດຣັດເຊຍປະຈຳຈີນເວົ້າວ່າ,ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຣັດເຊຍກັບຈີນຂະຫຍາຍຕົວຢ່າງໝັ້ນທ່ຽງນັ້ນສອດຄ່ອງກັບຜົນປະໂຫຍດ ກົກຍາວນານຂອງສອງປະເທດກໍຄືປະຊາຊົນສອງຊາດ,ແລະຍັງມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນກໍຄືຂອງໂລກ.ສອງປະເທດຈັດກິດຈະກຳ ປີຈີນແລະປີຣັດເຊຍນັ້ນກໍໄດ້ປະກອບສ່ວນອັນພິເສດເຂົ້າໃນການຂະຫຍາຍການພົວພັນສອງຝ່າຍ.
|
|
|