ຕາມຂ່າວCRI: ວັນທີ 22 ກັນຍາຢູ່ທີ່ປັກກິ່ງ, ທ່ານຫູຈິນທ່າວ ປະທານປະເທດຈີນກ່າວວ່າ, ຈີນອາເມລິກາຄວນພ້ອມກັນພະຍາຍາມຂະຫຍາຍຜົນປະໂຫຍດຮ່ວມກັນຢ່າງບໍ່ຢຸດຢັ້ງ, ເຄົາລົບແລະເບິ່ງແຍງເລື່ອງທີ່ຝ່າຍກົງກັນຂ້າມສົນໃຈ, ຊຸກຍູ້ການພົວພັນຮ່ວມມືທີ່ມີລັກສະນະສ້າງສັນລະຫວ່າງຈີນອາເມລິກາຢ່າງຮອບດ້ານ, ພ້ອມກັນສຸມກຳລັງສ້າງໂລກທີ່ກົມກຽວກັນທີ່ມີສັນຕິພາບຖາວອນ ແລະຈະເລີນຮຸ່ງເຮືອງທົ່ວໄປ.

ທ່ານຫູຈິນທ່າວແມ່ນໃຫ້ທັດສະນະດັ່ງກ່າວໃນເວລາພົບປະທ່ານປາວເຊີນ(ຊ້າຍ) ຜູ້ຕາງໜ້າພິເສດຂອງປະທານາທິບໍດີ ລັດຖະມົນຕີວ່າການກະຊວງການເງິນອາເມລິກາ. ໃນໄລຍະທ່ານປາວເຊີນຢ້ຽມຢາມຈີນ ຈີນອາເມລິກາໄດ້ເລີ່ມຕົ້ນກົນໄກສົນທະນາເສດຖະກິດຍຸດທະສາດ. ທ່ານຫູຈິນທ່າວຫວັງໃຫ້ສອງຝ່າຍນຳໃຊ້ກົນໄກນີ້ຢ່າງເຕັມສ່ວນ, ປະກອບຄຳຄິດຄຳເຫັນແກ່ຜູ້ນຳຊັ້ນສູງຂອງສອງປະເທດໃນເວລາຕັດສິນນະໂຍບາຍ, ເພື່ອລົງເລິກການຮ່ວມມືເສດຖະກິດການຄ້າຈີນອາເມລິກາ ແລະຊຸກຍູ້ການພັດທະນາພ້ອມກັນ.

ມື້ດຽວກັນ, ທ່ານເວີ່ນເຈຍປາວ ນາຍົກລັດຖະມົນຕີຈີນກໍໄດ້ພົບປະທ່ານປາວເຊີ(ຊ້າຍ), ທ່ານເວີ່ນເຈຍປາວກ່າວວ່າ, ການພົວພັນເສດຖະກິດການຄ້າຈີນອາເມລິກາຄວນມີລັກສະນະໝັ້ນຄົງຍາວນານ, ຕ້ອງເບິ່ງແຍງເລື່ອງທີ່ສົນໃຈນຳກັນ. ໃນເວລາພົບປະຜູ້ນຳຈີນ, ທ່ານປາວເຊີກ່າວວ່າ, ອາເມລິກາຈີນສ້າງກົນໄຂສົນທະນາເສດຖະກິດຍຸດທະສາດມີຜົນດີຕໍ່ສອງປະເທດແລະທົ່ວໂລກ. ຝ່າຍອາເມລິກາຍິນດີສະແຫວງຫາວິທີແກ້ໄຂຄວາມຂັດແຍ່ງກັນທີ່ເກີດຂຶ້ນໃນການພົວພັນເສດຖະກິດກັບຝ່າຍຈີນ.
ຕອນບ່າຍມື້ດຽວກັນ, ທ່ານປາວເຊີໄດ້ສິ້ນສຸດການຢ້ຽມຢາມຈີນເປັນເວລາ 4 ມື້.
|