|
 |
(GMT+08:00)
2006-09-22 10:53:11
|
 |
ຈີນຮຽກຮ້ອງໃຫ້ຍີ່ປຸ່ນຈົ່ງເພີ່ມການຄຸ້ມຄອງອາຫານທີ່ສົ່ງມາຂາຍຢູ່ຈີນ
cri
ຕາມຂ່າວໜັງສືພິມເຢິນມິນຢື້ປ້າວສະບັບຕ່າງປະເທດ,ຫວ່າງມໍ່ໆນີ້, ກົມໃຫຍ່ກວດກາຄຸນນະພາບກວດກາພະຍາດແຫ່ງຊາດຈີນໄດ້ສົ່ງຈົດໝາຍໄປຍັງພາກສ່ວນຮັບຜິດຊອບຂອງລັດຖະບານຍີ່ປຸ່ນແລະສະຖາທູດຍີ່ປຸ່ນປະຈຳຈີນ,ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍຍີ່ປຸ່ນຈົ່ງເພີ່ມທະວີການຄຸ້ມຄອງອາຫານທີ່ສົ່ງມາຂາຍຢູ່ຈີນ,ເພື່ອຮັບປະກັນໃຫ້ອາຫານນັ້ນໄດ້ຕາມມາດຖານແຫ່ງຊາດຈີນ.
ນັບແຕ່ວັນທີ7ກັນຍາປີນີ້,ຈີນລາຍງານວ່າໄດ້ກວດພົບບັນຫາຄຸນນະພາບຈາກອາຫານຍີ່ປຸ່ນ,ພະແນກກວດກາຄຸນນະພາບກວດກາພະຍາດເຂົ້າອອກເມືອງຂອງແຂວງເຈິ້ຈ່ຽງ ແຂວງລຽວນິງ ນະຄອນຊຽງໄຮ້ແລະແຂວງຫູເປກໍໄດ້ກວດພົບວ່າໃນອາຫານເກືອບ10ຊຸດທີ່ນຳເຂົ້າຈາກຍີ່ປຸ່ນນັ້ນມີບັນຫາອັນໜັກໜ່ວງ,ຄືສານໜູແລະທາດຊືນຫຼາຍກວ່າມາດຖານ.
ກ່ອນສົ່ງມາຂາຍຢູ່ຈີນ,ຜະລິດຕະພັນເຫຼົ່ານີ້ສ່ວນຫຼາຍໄດ້ຜ່ານການກວດກາຄຸນນະພາບແລະກວດກາພະຍາດຈາກພາກສ່ວນທີ່ກ່ຽວຂ້ອງຂອງຍີ່ປຸ່ນ,ແລະໄດ້ຮັບໃບຢັ້ງຢືນທີ່ກ່ຽວຂ້ອງ.
ຫວ່າງມໍ່ໆນີ້,ພາກສ່ວນທີ່ກ່ຽວຂ້ອງໄດ້ຫ້າມບໍ່ໃຫ້ນຳເຂົ້າຜະລິດຕະພັນດັ່ງກ່າວແລ້ວ.
|
|
|