|
|
 |
| (GMT+08:00)
2006-09-21 20:01:13
|
 |
|
ຈີນປະກາດອາຊີບໃໝ່ງວດທີ 7
cri
Author: mo
ຕາມຂ່າວCRI: ວັນທີ 21 ກັນຍາ, ກະຊວງແຮງງານແລະປະກັນສັງຄົມຈີນໄດ້ປະກາດອາຊີບໃໝ່ງວດທີ 7 ລວມ 12 ຊະນິດຕໍ່ສັງຄົມ.
ອາຊີບໃໝ່ເຫຼົ່ານີ້ແມ່ນ: ນັກຜະລິດເຫຼົ້າ, ນັກອອກແບບເກີບ, ນັກຄຸ້ມຄອງອຸປະກອນການແພດ, ນັກຄຸ້ມຄອງຍີ່ຫໍ້, ຜູ້ແຈ້ງດ່ານ, ຊ່າງສ້ອມລໍ້ລົດ, ແລະຊ່າງຝຶກສັດລ້ຽງເປັນຕົ້ນ.
ອາຊີບໃໝ່ເຫຼົ່ານີ້ຕົ້ນຕໍມີຈຸດພິເສດດັ່ງນີ້: ໜຶ່ງ, ການສ້າງອາຊີບໃໝ່ເຊັ່ນນັກຜະລິດເຫຼົ້າ ແລະນັກອອກແບບເກີບເປັນຕົ້ນໄດ້ສ່ອງແສງຄວາມຕ້ອງການດ້ານຊີວິດການເປັນຢູ່ຂອງຄົນທັງຫຼາຍໄດ້ມີການປ່ຽນແປງ, ແລະຄວາມຕ້ອງການເລີ້ນລືງດ້ານຈິດໃຈນັບມື້ນັບຖືກສົນໃຈນຳ; ສອງ, ອາຊີບໃໝ່ເຊັ່ນນັກຄຸ້ມຄອງອຸປະກອນການແພດເປັນຕົ້ນແມ່ນການນຳໃຊ້ວິທະຍາສາດເຕັກນິກທີ່ພັດທະນາໃໝ່ເຂົ້າໃນຂະແໜງການດັ້ງເດີມ, ແລ້ວພາໃຫ້ເນື້ອໃນອາຊີບເກີດມີການປ່ຽນແປງ. ສາມ, ນັກຄຸ້ມຄອງຍີ່ຫໍ້ແລະຜູ້ແຈ້ງດ່ານແມ່ນຄວາມຮຽກຮ້ອງຕ້ອງການອັນແນ່ນອນຍ້ອນຈີນຍົກກຳລັງແກ່ງແຍ່ງສາກົນຂອງຜະລິດຕະພັນໃຫ້ສູງຂຶ້ນແລະຈຳນວນການຄ້າສາກົນເພີ່ມຂຶ້ນໃນສະເພາະໜ້ານີ້.
|
|
|