ແຕ່ເດືອນມັງກອນຮອດເດືອນສິງຫາປີນີ້ຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນໄດ້ລື່ນກາຍ1000ຕື້ໂດລາ
cri
ຕາມຂ່າວສານຊີນຮວາ,ຕາມສະຖິຕິທີ່ກົມໃຫຍ່ດ່ານພາສີຂອງຈີນປະກາດຫຼ້າສຸດໃນວັນທີ11ກັນຍາ,ແຕ່ເດືອນມັງກອນຮອດເດືອນສິງຫາປີນີ້,ຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນມີເຖິງ1104ຕື້600ລ້ານໂດລາ,ຫຼາຍກວ່າໄລຍະດຽວກັນຂອງປີກາຍປະມານ24%,ໄດ້ລື່ນກາຍ1000ຕື້ໂດລາໄວກວ່າປີກາຍເດືອນໜຶ່ງ.
ສະຖິຕິສະແດງໃຫ້ເຫັນວ່າ,ແຕ່ເດືອນມັງກອນຮອດເດືອນສິງຫາປີນີ້,ຈີນໄດ້ປຽບດຸນການຄ້າກັບຕ່າງປະເທດຕົກເປັນເງິນ95ຕື້600ລ້ານໂດລາ.ສະຫະພາບເອີລົບ ອາເມລິກາ ຍີ່ປຸ່ນແລະອາຊຽນສືບຕໍ່ເປັນ4ຄູ່ຂາການຄ້າໃຫຍ່ກວ່າໝູ່ຂອງຈີນ,ຍອດມູນຄ່າການຄ້າສອງຝ່າຍລະຫວ່າງຈີນກັບ4ຄູ່ຂາການຄ້າໃຫຍ່ດັ່ງກ່າວລ້ວນແຕ່ຫຼາຍກວ່າ100ຕື້ໂດລາ.
|
|