ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-06 16:38:21    
ຈີນ​ເລີ່ມ​ລະ​ດົມ​ປະ​ຊາ​ຊົນ​ຮັກ​ສາ​ກຳ​ແພງ​ເມືອງ​ຈີນ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ເພື່ອ​ຮັກ​ສາ​ກຳ​ແພງ​ເມືອງ​ຈີນ​ບໍ່​ໃຫ້​ຖືກ​ທຳ​ລາຍ, ພາກ​ສ່ວນ​ຄຸ້ມ​ຄອງ​ວັດ​ຖຸ​ບູ​ຮານ​ຂອງ​ລັດ​ຖະ​ບານ​ຈີນ​​ໄດ້​ໃຊ້​ມາດ​ຕະ​ການ​ໃຫມ່​ອັນ​ຫນຶ່ງ,ຄື ລະ​ດົມ​ຂົນ​ຂວາ​ຍ​ໃຫ້​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​​ໃກ້​ກຳ​ແພງ​ເມືອງ​ຈີນ​ຊ່ອຍ​ປ້ອງ​ກັນ​ຮັກ​ສາ​ກຳ​ແພງ​ເມືອງ​ຈີນ.

ຢູ່​ເມືອງ​ຊິນ​ຮວງ​ຕາວ​ແຂວງ​ເຫີ​ໄປ​ເຊິ່ງ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ກຳ​ແພງ​ເມືອງ​ຈີນ, ພາກ​ສ່ວນ​ຄຸ້ມ​ຄອງ​ວັດ​ຖຸ​ບູ​ຮານ​ຂອງ​ລັດ​ຖະ​ບານ​ໄດ້​ນຳ​ຫນ້າ​ສ້າງ​ກົນ​ໄກ​ຜູ່​ປ້ອງ​ກັນ​ຮັກ​ສາ​ກຳ​ແພງ​ເມືອງ​ຈີນ​ກ່ອນ​ຫມູ່,​ຄືໄດ້​ແບ່ງ​ກຳ​ແພງ​ທີ່​ຍາວ 250 ກວ່າກິ​ໂລ​ແມັດ​ອອກ​ເປັນ​ຫລາຍ​ຕອນ​ແລ້ວ​ຈ້າງ​ຊາວ​ນາ​ຜູ່​ຫນຶ່ງ​ທີ່​ອາ​ໄສ​ໃກ້​ກຳ​ແພງ​ເມືອງ​ຈີນ​ເປັນ​ຜູ່​ປ້ອງ​ກັນ​ຮັກ​ສາ​ຕອນ​ຫນຶ່ງ.ຜູ່​ປ້ອງ​ກັນ​ຮັກ​ສາ ເຫລົ່າ​ນີ້​ຈະ​ລາ​ດຕະ​ເວນ​ເປັນ​ປະຈຳ,​ແລ້ວ​ລາຍ​ງານ​ສະ​ພາບ​ການ​ຂອງ​ກຳ​ແພງ​ເມືອງ​ຈີນ​ໃຫ້​ພາກ​ສ່ວນ​ຄຸ້ມ​ຄອງ​ວັດ​ຖຸ​ບູ​ຮານ​ເປັນ​ລາຍ​ລັກ​ອັກ​ສອນ.

ນະ​ຄອນ​ປັກ​ກິ່ງ​ ແຂວງ​ການ​ຊູ​ພ້ອມ​ດ້ວຍ​ຕົວ​ເມືອງ​ແລະ​ແຂວງ​ທີ່​ມີ​ກຳ​ແພງ​ເມືອງ​ຈີນ​ນັ້ນ​ກໍ່​ໄດ້​ເລີ່ມ​ເຮັດ​ວຽກ​ດັ່ງ​ກ່າວ​ແລ້ວ​ຄື​ກັນ.