|
 |
(GMT+08:00)
2006-09-05 16:38:37
|
 |
ຈີນຈະເພີ່ມທະວີການຮ່ວມມືກັບຕ່າງປະເທດໃນຂົງເຂດຕ້ານການຟອກເງິນ
cri
Author: min
ຕາມຂ່າວ CRI: ວັນທີ 5 ກັນຍາ, ໃນເວລາໃຫ້ສຳພາດຕໍ່ນັກຂ່າວCRI, ເຈົ້າໜ້າທີ່ພະແນກຕ້ານການຟອກເງິນຂອງທະນາຄານປະຊາຊົນຈີນເຊິ່ງເປັນທະນາຄານກາງຂອງຈີນເວົ້າວ່າ, ຈີນຈະສືບຕໍ່ເພີ່ມທະວີການຮ່ວມມືກັບຕ່າງປະເທດໃນຂົງເຂດຕ້ານການຟອກເງິນ, ຕັ້ງໜ້າເຂົ້າຮ່ວມວຽກງານຕ້ານການຟອກເງິນໃນທົ່ວໂລກ.
ທ່ານວາງອ້ຽນຈື່ ຮອງຫົວໜ້າພະແນກຕ້ານການຟອກເງິນຂອງທະນາຄານກາງຈີນເວົ້າວ່າ, ສະເພາະໜ້ານີ້ "ກົດໝາຍຕ້ານການຟອກເງິນ" ຂອງຈີນພວມຢູ່ໃນຂັ້ນຕອນສຳຫຼວດການພິຈາລະນາ, ຖ້າໄດ້ຜ່ານຢ່າງສະດວກ, ໜ່ວຍງານພິເສດແຫ່ງກິດຈະກຳການເງິນເຊິ່ງເປັນອົງການສາກົນຕ້ານການຟອກເງິນກໍຈະເລີ່ມດຳເນີນການປະເມີນຕໍ່ວຽກງານຕ້ານການຟອກເງິນຂອງຈີນ, ແລະມີຫວັງຈະດຳເນີນການລົງຄະແນນສຽງພິຈາລະນາການຮັບການຮັກເອົາຈີນເຂົ້າເປັນສະມາຊິກຢ່າງເປັນທາງການຫຼືບໍ່ໃນກາງປີໜ້າ.
ທ່ານວາງອ້ຽນຈື່ເວົ້າວ່າ, ຕໍ່ໄປ, ຈີນຍັງຈະດຳເນີນການຮ່ວມມືຕ້ານການຟອກເງິນແບບສອງຝ່າຍ, ສະກັດກັ້ນການບໍ່ໃຫ້ທຶນໄຫຼໄປຕ່າງປະເທດຢ່າງຜິດກົດໝາຍຍ້ອນການເຄື່ອນໄຫວທີ່ຜິດກົດໝາຍຕ່າງໆ, ເຊັ່ນ: ການຄ້າຢາເສບຕິດ, ການຄ້າເຖື່ອນ, ແລະການສໍ້ລາດບັງຫຼວງເປັນຕົ້ນ.
|
|
|