|
 |
(GMT+08:00)
2006-09-01 18:49:19
|
 |
ຈີນພະຍາຍາມດັດແກ້ຄວາມຊິນເຄີຍບໍ່ດີຂອງພົນລະເມືອງໃນການທ່ອງທ່ຽວ
cri
Author: da
ຕາມຂ່າວCRI: ຈີນຈະປະກາດໃຊ້ມາດຕະການລະອຽດເພື່ອໃຫ້ການກະທຳຂອງພົນລະເມືອງຈີນໃນການທ່ອງທ່ຽວເປັນແບບສະບັບ,ຫວັງໃຫ້ດັດແກ້ຄວາມຊິນເຄີຍບໍ່ດີປະເພດຕ່າງໆຂອງພົນລະເມືອງໃນເວລາທ່ອງທ່ຽວ,ສ້າງພາບພົດທີ່ດີງາມຂອງພົນລະເມືອງຈີນໃນສາກົນ.
ໃນຫຼາຍປີມານີ້,ການທ່ອງທ່ຽວຂອງຈີນໄດ້ພັດທະນາຢ່າງວ່ອງໄວ,ແຕ່ນັກທ່ອງທ່ຽວຈີນພັດມີການກະທຳບາງອັນທີ່ບໍ່ສິວິໄລໃນເວລາອອກໄປທ່ອງທ່ຽວຢູ່ພາຍໃນແລະຕ່າງປະເທດ,ເຊັ່ນບໍ່ເອົາໃຈໃສ່ການນຸ່ງຖືແລະຄວາມສະອາດຂອງຕົນເປັນຕົ້ນ.ອັນນີ້ໄດ້ທຳລາຍພາບພົດຂອງຈີນທີ່ເປັນປະເທດມີມາລະຍາດຢ່າງໜັກໜ່ວງ, ແລະຖືກຕິຕຽນຢ່າງຫຼວງຫຼາຍຈາກຫາງສຽງພາຍໃນແລະຕ່າງປະເທດ.
ເພື່ອຍົກຄຸນນະທາດສິວິໄລຂອງພົນລະເມືອງຈີນໃນການທ່ອງທ່ຽວ,ນອກຈາກຈະກຳນົດການປະພຶດໃນເວລາທ່ອງທ່ຽວໃຫ້ເປັນແບບສະບັບແລ້ວ,ຈີນຍັງຈະເພີ່ມທະວີການອົບຮົມມາລະຍາດຂອງພົນລະເມືອງ ໂດຍສະເພາະແມ່ນຜູ້ອອກໄປທ່ຽວຕ່າງປະເທດ; ນອກນີ້ ບໍລິສັດທ່ອງທ່ຽວຕ່າງໆກໍຈະຮັບພາລະໃນການສຶກສາແລະນຳນັກທ່ອງທ່ຽວທັງຫຼາຍ,ຖ້າປະຕິບັດຄວາມຮັບຜິດຊອບນີ້ບໍ່ໄດ້ດີ ບໍລິສັດນັ້ນຈະຖືກສັງໃຫ້ປັບປຸງ.
|
|
|