|
 |
(GMT+08:00)
2006-08-24 11:20:21
|
 |
ຈີນອົສຕຼາລີຮ່ວມມືກັນຍົກຄຸນນະພາບການທ່ອງທ່ຽວອົສຕຼາລີໃຫ້ສູງຂຶ້ນ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 23 ສິງຫາ,ນະຄອນປັກກິ່ງ ນະຄອນຊຽງໄຮ້ແລະນະຄອນກວາງໂຈວ ສາມຕົວເມືອງໃຈກາງຂອງຈີນທີ່ເປັນແຫລ່ງນັກທ່ອງທ່ຽວຕ່າງປະເທດໄດ້ພ້ອມກັບສາມລັດຂອງອົສຕຼາລີຈັດການທ່ຽວຂ້າມອົສ ຕຼາລີ.
ລັດອົສຕຼາລີຕາເວັນຕົກ ລັດເທີຣີໂທຣີເຫນືອ ລັດຄວິນສແລນແລະບໍລິສັດການບິນຄັນທັສຂອງອົສຕຼາລີໄດ້ຮ່ວມມືກັບບໍລິສັດທ່ອງທ່ຽວ 13 ແຫ່ງຂອງນະຄອນປັກກິ່ງ ນະຄອນຊຽງໄຮ້ແລະນະຄອນກວາງໂຈວຈັດວາງເສັ້ນທາງທ່ຽວຂ້າມອົສຕຼາລີເປັນເວລາ 9 ມື້,ຕາມເສັ້ນທາງດັ່ງກ່າວໄດ້ກວມເອົາບ່ອນທ່ອງທ່ຽວທີ່ມີຊື່ສຽງ,ແລະຈະຖືການທ່ຽວທຳມະຊາດເປັນສຳຄັນ.
ໃນຫລາຍປີມານີ້, ຜູ່ທ່ອງທ່ຽວຈີນນັບມື້ນັບຫລາຍໄດ້ໄປທ່ຽວອົສຕຼາລີ,ເພື່ອຍົກຄຸນນະພາບການທ່ຽວອົສຕຼາລີຂອງຄະນະທ່ອງທ່ຽວຂອງພົນລະເມືອງຈີນໃຫ້ສູງຂຶ້ນ, ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຈີນແລະອົສຕຼາລີໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນຕົ້ນເດືອນສິງຫາປີນີ້, ເຮັດໃຫ້ນັກທ່ອງທ່ຽວຈີນທີ່ໄປທ່ຽວອົສຕຼາລີນັ້ນໄດ້ຮັບການປະຕິບັດຕໍ່ຢ່າງຍຸດຕິທຳແລະສະເຫມີພາບກວ່າເກົ່າ.
|
|
|