ໃນ 6 ເດືອນຕົ້ນປີນີ້, ການຜະລິດແລະຈຳໜ່າຍລົດຍົນຂອງຈີນຕ່າງໄດ້ລື່ນກາຍ 3 ລ້ານ 5 ແສນຄັນ
cri
Author: MO
ຕາມຂ່າວສານຊີນຮວາ: ໃນ 6 ເດືອນຕົ້ນປີນີ້, ການຜະລິດແລະຈຳໜ່າຍລົດຍົນຂອງຈີນໄດ້ໄວເຂົ້າຢ່າງເດັ່ນຊັດ, ຕ່າງໄດ້ບຸກທະລຸ 3 ລ້ານ 5 ແສນຄັນ.
ວັນທີ 25 ກໍລະກົດ, ໃນງານຖະແຫຼງຂ່າວທີ່ຈັດຂຶ້ນຢູ່ປັກກິ່ງ, ທ່ານຈູຫົງເຢີ້ນ ເຈົ້າໜ້າທີ່ຄະນະກຳມະການພັດທະນາແລະປະຕິຮູບແຫ່ງລັດຈີນກ່າວວ່າ, ໃນ 6 ເດືອນຕົ້ນປີນີ້, ການຜະລິດແລະຈຳໜ່າຍລົດຍົນຂອງຈີນໄດ້ຫຼາຍກວ່າໄລຍະດຽວກັນຂອງປີກາຍ 26%, ລົດເກັ໋ງຈຳໜ່າຍເພີ່ມຂຶ້ນ 46% ຂຶ້ນໄປ.
ໃນ 6 ເດືອນຕົ້ນປີນີ້, ບາງຕົວເມືອງຂອງຈີນໄດ້ຍົກເລີກການຈຳກັດຕ່າງໆຕໍ່ລົດເກັ໋ງນ້ອຍເຊັ່ນທາງແລ່ນເປັນຕົ້ນ. ຕາມຊາບວ່າ, ໃນການຈຳໜ່າຍລົດເກັ່ງໃນ 6 ເດືອນຕົ້ນປີນີ້, ລົດເກັ໋ງນ້ອຍຂະໜາດ 1600 CC ໄດ້ກວມເຄິ່ງໜຶ່ງແລ້ວ.
|
|