|
 |
(GMT+08:00)
2006-07-19 15:29:32
|
 |
ຈີນຈະລົງທຶນ 300 ຕື້ຢວນຊຸກຍູ້ການຊຳລະແລະນຳໃຊ້ນ້ຳເປື້ອນໃນຕົວເມືອງ
cri
Author: min
ຕາມຂ່າວສານຊິນຮວາ: ໃນ 5 ປີຂ້າງໜ້າ, ຈີນຈະລົງທຶນ 300 ຕື້ຢວນເພື່ອຊຸກຍູ້ການຊຳລະແລະນຳໃຊ້ນ້ຳເປື້ອນໃນຕົວເມືອງ.
ໃນທ້າຍປີກາຍນີ້, ລັດຖະບານຈີນໄດ້ວາງເປົ້າໝາຍທີ່ໃຫ້ອັດຕາຊຳລະນ້ຳເປື້ອນໃນຕົວເມືອງບັນລຸ 70% ເມື່ອຮອດປີ 2010, ການຫ້າງຫາເງິນທຶນທີ່ກ່ຽວຂ້ອງແມ່ນການຮັບປະກັນອັນສຳຄັນຂອງເປົ້າໝາຍດັ່ງກ່າວ. ຕາມທ່ານຈ່າງເຢ້ ຮອງຫົວໜ້າກົມກໍ່ສ້າງຕົວເມືອງກະຊວງກໍ່ສ້າງຈີນແນະນຳວ່າ, ຈີນຈະສືບຕໍ່ຊຸກຍູ້ການປະຕິຮູບກົນໄກແລະໂຄງປະກອບຊຳລະນ້ຳເປື້ອນ, ທຳລາຍການຜູກຂາດຢ່າງຕັ້ງໜ້າກວ່າເກົ່າ, ເປີດຕະຫຼາດ, ສົ່ງເສີມໃຫ້ເອກະຊົນແລະທຶນຕ່າງປະເທດເຂົ້າຮ່ວມການລົງທຶນ, ກໍ່ສ້າງແລະການໝູນເດີນຂອງເຄື່ອງປະກອບຊຳລະນ້ຳເປື້ອນ.
ຈີນເລີ່ມປະຕິບັດການປະຕິຮູບວຽກງານກ່ຽວກັບນ້ຳໃນຕົວເມືອງແຕ່ປີ 2000 ເປັນຕົ້ນມາ, ຈຸດສຳຄັນແມ່ນນຳເຂົ້າກົນໄກລົງທຶນຫຼາຍເຄົ້າ. ດຽວນີ້, ອັດຕາຊຳລະນ້ຳເປື້ອນຂອງຕົວເມືອງຈີນບັນລຸ 52% ແລ້ວ.
|
|
|