|
 |
(GMT+08:00)
2006-07-11 17:32:47
|
 |
ຈີນສ້າງເຂດສະຫງວນທຳມະຊາດຢູ່ເຂດທີ່ມັກເກີດລົມພາຍຸດິນຊາຍ
cri
Author: mo
ຕາມຂ່າວສານຊີນຮວາ: ນັບມາຮອດປັດຈຸບັນ, ເຂດສະຫງວນທຳມະຊາດທີ່ຈີນສ້າງຢູ່ເຂດມັກເກີດລົມພາຍຸດິນຊາຍຕາມທາງລົມພາຍຸເຂົ້າລ່ວງລ້ຳນັ້ນມິ 58 ແຫ່ງແລ້ວ, ຕ່າງຢູ່ 3 ເຂດແຂວງເຊັ່ນແຂວງເຫີເປ ເຂດມົງກູໄນແລະນະຄອນທຽນສິນ. ເນື້ອທີ່ທັງໝົດແມ່ນ 51 ພັນກິໂລຕາແມັດ.
ການຄົ້ນຄວ້າຂອງຜູ້ຊ່ຽວຊານກະຊວງກະສິກຳຈີນສະແດງໃຫ້ເຫັນວ່າ, ເສັ້ນທາງຕົ້ນຕໍຂອງລົມພາຍຸເຂົ້າລ່ວງລ້ຳຈີນແມ່ນຈາກພາກຕາເວັນອອກ ພາກກາງແລະພາກຕາເວັນຕົກຂອງປະເທດມົງໂກນ, ຜ່ານເຂດຊິນຈ່ຽງ ເຂດມົງກູໄນແລະແຂວງກ່ານຊູ້ຂອງຈີນເປັນຕົ້ນເຄື່ອນເຂົ້າສູ່ເຂດປັກກິ່ງແລະທຽນສິນ, ໃນທີ່ສຸດ, ກະທົບເຖິງເຂດສ່ວນຫຼາຍຂອງພາກເໜືອຈີນ. ແຫຼ່ງພາຍຸດິນຊາຍຂອງຈີນຕົ້ນຕໍແມ່ນມາຈາກທົ່ງຫຍ້າທີ່ຫັນເປັນດິນຊາຍແລະດິນປູກຝັງທີ່ບໍ່ມີຫຍ້າ. ສະນັ້ນ, ຈີນໄດ້ດຳເນີນວຽກງານທົດລອງສ້າງເຂດອະນຸລັກຊີວະພາບຢູ່ເຂດສຳຄັນ, ສະກັດກັ້ນການຜະລິດ ການສ້າງສາແລະການເຄື່ອນໄຫວທຳລາຍອື່ນໆທີ່ພາໃຫ້ຊີວະພາບພາຍໃນເຂດຊຸດໂຊມລົງ, ແລະຟື້ນຟູການສ້າງສາຕໍ່ລະບົບຊີວະຊາດທີ່ຖືກທຳລາຍນັ້ນຄືນໃໝ່.
|
|
|