ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-06 18:08:57    
ຈີນຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢ່າ​ໃຊ້​ການ​ເຄື່ອນ​ໄຫວ​ອີກ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຂອງ​ແຫຼມ​ເກົາ​ຫຼີ​ເຄັ່ງ​ຕຶງ​ແລະ​ສັບ​ສົນ​ຕື່ມ​ອີກ

cri
ຕາມ​ຂ່າວCRI,​ໂດຍ​ແນ​ໃສ່​ເລື່ອງ​ສປປ​ເກົາຫຼີ​ທົດ​ລອງ​ຍິງ​ສົ່ງ​ລູກ​ສອນ​ໄຟ​ນຳ​ວິຖີ​ຫຼາຍ​ລູກ​ໃນ​ຕອນ​ຂ້ອນ​ແຈ້ງ​ວັນ​ທີ5ກໍ​ລະກົດ,​ວັນ​ທີ6​ກໍລະ​ກົດ,​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,​ທ່ານນາງ​ຈ່ຽງຢູ ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ວ່າ,ຈີນ​ເອົາ​ໃຈ​ໃສ່​ຢ່າງ​ໜັກ​ໜ່ວງນຳ​ເລື່ອງ​ນີ້.​ປັດຈຸ​ບັນ,​ຝ່າຍຈີນ​ພວມ​ແລກ​ປ່ຽນ​ແລະ​ປຶກສາ​ຫາລື​ຢ່າງ​ໃກ້ຊິດ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ,​ຫວັງ​ໃຫ້​ບັນດາ​ຝ່າຍ​ຈົ່ງ​ຮັກສາ​ໃຈ​ເຢັນ​ແລະ​ຄວາມ​ອົດ​ກັ້ນ​ໄວ້,​ຖືພາ​ກສ່ວນ​ໃຫຍ່​ແຫ່ງ​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ​ເປັນ​ຫຼັກ,​ເຮັດ​ວຽກ​ທີ່ມີ​ຜົນ​ດີ​ຕໍ່ສັນ​ຕິພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ​ກໍ​ຄື​ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ນັ້ນໃຫ້​ຫຼາຍ.

ທ່ານ​ນາງ​ຈ່ຽງຢູ​ກ່າວ​ວ່າ,​ຈຸດ​ເລີ່​ມກົກ​ຮາກ​ຂອງ​ຝ່າຍ​ຈີນ​ທີ່ຊຳລະ​ວຽກ​ງານ​ແຫຼມ​ເກົາຫຼີ​ນັ້ນີ​ແມ່ນ​ເພື່ອ​ຮັກສາ​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ.​ທ່ານ​ນາງ​ຫວັງ​ໃຫ້​ຜ່ອນ​ຄາຍ​ສະ​ຖານະ​ການ​ດ້ວຍ​ຄວາມ​ພະຍາ​ຍາມ​ທາງ​ການ​ທູດ,​ແກ້​ໄຂ​ບັນຫາ​ດ້ວຍ​ການສົນ​ທະນາ​ແລະ​ປຶກ​ສາ​ຫາລື​ກັນ.​ນີ້​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ ຮ່ວມ​ຂອງ​ບັນດາ​ຝ່າຍ.