|
 |
(GMT+08:00)
2006-07-06 15:30:34
|
ມື້ນີ້ ຈີນອິນເດຍເປີດຊ່ອງທາງການຄ້າຊາຍແດນຢູ່ປາກພູນາທູລາຄືນໃໝ່
cri
Author: da
ຕາມຂ່າວສານຊິນຮວາ: ຕອນເຊົ້າວັນທີ 6 ກໍລະກົດ ຈີນກັບອິນເດຍໄດ້ເປີດປາກພູນາທູລາຄືນໃໝ່,ຟື້ນຟູຊ່ອງທາງການຄ້າຊາຍແດນລະຫວ່າງສອງປະເທດທີ່ໄດ້ປິດມາເປັນເວລາ 44 ປີແລ້ວ.
ປາກພູນາທູລາຢູ່ເຂດຊາຍແດນລະຫວ່າງເມືອງຢ້າຕົ່ງເຂດຕິເບດປົກຄອງຕົນເອງຂອງຈີນກັບຕອນຊິກກິມຂອງອິນເດຍ,ເຄີຍເປັນຊ່ອງທາງການຄ້າທາງບົກທີ່ສຳຄັນລະຫວ່າງຈີນກັບອິນເດຍ.ແຕ່ຫຼັງຈາກເຂດຊາຍແດນຈີນອິນເດຍເກີດການປະທະກັນເມື່ອປີ 1962 ແລ້ວ,ທະຫານເຝົ້າຮັກສາຢູ່ປາກພູນາທູລາ,ຊ່ອງທາງການຄ້າຊາຍແດນຖືກອັດຕັນດ້ວຍຮົ້ວໜາມໝາກຈັບ.
ບຸກຄົນທີ່ກ່ຽວຂ້ອງເຫັນວ່າ,ການເປີດປາກພູນາທູລາຄືນໃໝ່,ຈະຊຸກຍູ້ຊ່ອງທາງທາງບົກລະຫວ່າງຈີນອາຊີໃຕ້ຈໍ່ຕົວຂຶ້ນ,ຈະເສີມຂະຫຍາຍບົດບາດສຳຄັນຕໍ່ການເປີດກວ້າງການຄ້າຊາຍແດນລະຫວ່າງຈີນກັບອິນເດຍ.
|
|
|