ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-05 16:34:39    
ປະ​ທານ​ເຂດ​ຕິ​ເບ​ດ​ປົກ​ຄອງ​ຕົນ​ເອງ​ເວົ້າ​ວ່າ,​ນັກ​ທ່ອງ​ທ່ຽວ​ຫຼັ່ງ​ໄຫຼ​ເຂົ້າ​ຕິ​ເບ​ດຈະ​ກະ​ທົບ​ກະ​ເທືອນ​ສິ່ງ​ແວດ​ລ້ອມ​ເຂດ​ຕິ​ເບດ​ບໍ່​ຫຼາຍ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ທ່ານ​ຊຽງ​ບາ​ພິງ​ໂຊ ປະທານ​ເຂດ​ຕິ​ເບ​ດ​ປົກ​ຄອງ​ຕົນ​ເອງ​ເວົ້າວ່າ,ຫຼັງ​ຈາກ​ທາງ​ລົດ​ໄຟ​ຊິງ​​ໄຮ​ຕິ​ເບ​ດ​ເປີດ​​ແລ່ນ​ລົດແລ້ວ ຜູ້​​ເຂົ້າ​​ເຂດ​ຕິ​ເບ​ດ​ຈະ​ເພີ່ມ​ຂຶ້ນຢ່າງ​ແນ່ນອນ,​​ແຕ່​ຈະ​ກະທົບກະ​ເທືອ​ນ​ສິ່ງ​ແວດ​ລ້ອມ​ຊີວະ​ພາບຂອງ​ເຂດ​ຕິ​ເບ​ດບໍ່​ຫຼາຍ.

ວັນ​ທີ 4 ກໍລະກົດ ​ໃນ​ງານ​ຊຸ​ມນຸມນັກ​ຂ່າວ​ຕ່າງປະ​ເທດ​ທີ່​ຈັດ​ຂຶ້ນ​ຢູ່​ລາຊາ ທ່ານ​ຊຽງ​ບາ​ພິງ​ໂຊ​ເວົ້າວ່າ,ທາງ​ລົດ​ໄຟ​ຊິງ​​ໄຮ​ຕິ​ເບ​ດ​ໄດ້​ເປີດ​ແລ່ນລົດ​ໃນ​ວັນ​ທີ 1 ກໍລະກົດ​ຢ່າງ​ເປັນ​ທາງ​ການ,ນີ້ຈະ​ເຮັດ​ໃຫ້​ຂະ​ແໜງ​ການທ່ອງທ່ຽວ​ກາຍ​ເປັນ​ອຸດສາຫະກຳ​ເສົາຄ້ຳຂອງ​ເຂດ​ຕິ​ເບ​ດ.ຕາມ​ການ​ຄາດ​ຄະ​ເນ,ຫຼັງ​ຈາກ​ເປີດ​​ແລ່ນ​ລົດ​,ບວກ​ກັບການ​ຂົນ​ສົ່ງ​ທາງ​ການບິນ​ແລະທາງ​ຫຼວງ,ຜູ້​ເຂົ້າ​ເຂດ​ຕິ​ເບ​ດ​ແຕ່ລະ​ມື້ມີ​ປະມານ 5 ພັນຄົນ.ທ່ານ​ເວົ້າວ່າ,ຜູ້​ຂີ່​ລົດ​ໄຟ​ເຂົ້າ​ເຂດ​ຕິ​ເບ​ດນັ້ນ ສ່ວນ​ຫຼາຍ​ແມ່ນ​ມາທ່ຽວ​ຫຼື​​ມາທຸລະກິດ,ຜູ້ຕັ້ງຖິ່ນ​ຖານ​ບໍ່​ຫຼາຍ,ສະນັ້ນ ປະຊາກອນຖາວອນຂອງ​ເຂດ​ຕິ​ເບ​ດຈະບໍ່ມີ​ການ​ປ່ຽນ​ແປງ​ຫຼາຍ​ປານ​ໃດ,ກໍ່​ບໍ່ມີກຳລັງ​ໜີບ​​ແຮງຕໍ່​ສິ່ງ​ແວດ​ລ້ອມ.

ທ່ານ​ເວົ້າວ່າ,ລັດຖະບານ​ຈີນ​ໄດ້​​ໃຊ້ມາດ​ຕະການ​ຫຼາຍ​ລາຍ​ເພື່ອ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ຂອງ​ເຂດ​ຕິ​ເບ​ດ,ຊຶ່ງ​ລວມທັງ​​ໂຄງການລົງທຶນ 38 ຕື້ 700 ລ້ານ​ຢວນ​ເພື່ອ​ກໍ່ສ້າງ​ສິ່ງ​ກຳ​ບັງ​ຄວາມ​ປອດ​ໄພ​ດ້ານ​ຊີວະ​ພາບ​ລະດັບ​ຊາດ​ພູພຽງ​ຕິ​ເບ​ດ​.