ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-05 16:21:05    
ຄຸນ​ນະພາ​ບຜະລິດ​ຕະພັນ​ກະ​ສິກຳ​ຈີນມີ​ຄວາມປອດ​ໄພທາງ​ກວມ​ລວມ

cri Author: da
ຕາມ​ຂ່າວCRI: ຜົນຕິດຕາມ​ກວດກາ​ຫຼ້າ​ສຸດ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ຄຸນ​ນະພາ​ບຜະລິດ​ຕະພັນ​ກະສິກຳ​ທີ່​ກະຊວງ​ກະສິກຳ​ຈີນ​ປະກາດ​ໃນ​ວັນ​ທີ 5 ກໍລະກົດ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄຸນ​ນະພາ​ບຜະລິດ​ຕະພັນ​ກະ​ສິກຳ​ຈີນ​ມີ​ຄວາມປອດ​ໄພ​ໃນ​ທາງກວມ​ລວມ.

ຜົນຕິດຕາມ​ກວດກາສະ​ແດງ​ໃຫ້​ເຫັນ​ວ່າ,ອີງ​ຕາມ​ມາດຖານສາກົນ​, ຄຸນນະພາບຜັກ​ໃນ​ຕົວ​ເມືອງ​ຈີນມີ 94,7% ມີຄວາມ​ປອດ​ໄພ​,​ສູງກວ່າ 5 ປີ​ກ່ອນ​ປະມານ 30%. ຜະລິດ​ຕະພັນ​ສັດ​ແລະ​ຜະລິດ​ຕະພັນ​ໃນ​ນ້ຳ​ມີ 99% ຂຶ້ນ​ໄປ​ໄດ້​ມາດຖານ.

ເພື່ອເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂອງ​ຄຸນ​ນະພາ​ບຜະລິດ​ຕະພັນ​ກະສິກຳ,​ແຕ່​ປີ 2001 ​ເປັນຕົ້ນມາ ຈີນ​ເລີ່​ມປະຕິບັດ​ລະບອບ​ຕິດຕາມ​ກວດກາຄວາມ​ປອດ​ໄພ​ຂອງ​ຄຸນນະພາ​ບຜະລິດ​ຕະພັນ​ກະສິກຳ.ປະຈຸ​ບັນ,ຂອບ​ເຂດຕິດຕາມ​ກວດກາໄດ້​ປົກ​ຄຸມຕົວ​​ເມືອງ​ໃຫຍ່​ແລະຜ້າ​ນກາງຂອງທົ່ວ​ປະ​ເທດ​ເກືອບ 40 ​ແຫ່ງ​ແລ້ວ.