ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-04 15:49:14    
ຈີນ​ຈະ​ຊຸກ​ຍູ້​ລະ​ບອບ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ບໍ່​ແຮ່​​ໂດຍ​ມີ​ຄ່າ​ຕອບ​ແທນ​ຕື່ມ​ອີກ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:​ວັນ​ທີ 3 ມິຖຸນາ ຢູ່​ເມືອງ​ຄຸນ​ມິ​ງ ທ່ານ​ວ່າງ​ມິນ ຮອງ​ລັດຖະມົນຕີ​ກະຊວງທີ່​ດິນ​ແລະ​ຊັບພະຍາກອນທຳ​ມະ​ຊາດ​ຈີນ​ເວົ້າວ່າ,ຈີນ​ຈະປັບປຸງ​ລະບອບ​ໄດ້​ຮັບ​ສິດ​ຂຸດ​ຄົ້ນບໍ່​ແຮ່​ໂດຍມີຄ່າຕອບແທນ,ບູລະນະ​ລະບອບ​ຂຸດ​ຄົ້ນຊັບພະຍາກອນ​ບໍ່​ແຮ່​ໂດຍມີຄ່າຕອບແທນ.

ປະຈຸ​ບັນ​ຢູ່​ຈີນ,ການ​ໄດ້​ສິດ​ຂຸດ​ຄົ້ນ​ບໍ່​ແຮ່​ໂດຍບໍ່​ເສຍ​ຄ່າຕອບແທນຫຼື​ເສຍ​ໜ້ອຍ,ການ​ນຳ​ໃຊ້​ຊັບພະຍາກອນ​ບໍ່​ແຮ່​ດ້ວຍທຶນ​ຕ່ຳ,​ອັນໄດ້​ເຮັດ​ໃຫ້ການ​ຂຸດ​ຄົ້ນຊັບພະຍາກອນ​ໃນຕະຫຼາດ​ບໍ່​ແຮ່​​ເສຍ​ໄປ​ລ້າໆ.​ໃນ​ເວລາ​ເຂົ້າຮ່ວມ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ທ່ານ​ວ່າງ​ມິນ​ເວົ້າວ່າ,ລັດ​ຈະຄຸ້ມ​ຄອງສິດຢັ່ງແທກ​ແລະ​ຂຸດ​ຄົ້ນບໍ່​ແຮ່​ຢ່າງ​ເຂັ້ມງວດ​ຕື່ມ​ອີກ,ສຳລັບ​ການ​ຢັ່ງ​ແທກ​ບໍ່​ແຮ່​ທີ່​ບໍ່​ມີ​ຄວາມ​ສ່ຽງ​ແລະ​ມີ​ຄວາມ​ສ່ຽງ​ຕ່ຳ,ຈະ​ໂອນ​ສິດຢັ່ງ​ແທກ​ແລະ​ຂຸດ​ຄົ້ນດ້ວຍ​ຮູບ​ການປະມູນ ​ຂາຍ​ເລຢ່າງ​ເປີດ​ເຜີຍ.ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຈະ​​ເຮັດ​ໃຫ້ການ​ແບ່ງປັນ​ລາຍ​ຮັບ​ທີ່​ໄດ້​ຈາກ​ການ​ໂອນ​ສິດ​ບໍ່​ແຮ່​ເປັນ​ແບບ​ສະບັບ​ຕື່ມ​ອີກ,​ເຮັດ​ໃຫ້​ວິ​ສາ​ຫະກິດ​ບໍ່​ແຮ່​ສ້າງ​ກົນ​ໄກ​ເສດຖະກິດ​ທີ່ນຳ​ໃຊ້​ຊັບພະຍາກອນ​ຢ່າງ​ຖະໜຸຖະໜອມ.

ລັດຖະບານ​ຈີນ​ສົ່ງ​ເສີມ​ວິ​ສາ​ຫະກິດຂອງ​ຈີນ​ແລະຕ່າງປະ​ເທດ​ດຳ​ເນີນ​ການ​ຮ່ວມ​ມື​ພັດທະນາ​ຊັບພະຍາກອນ​ບໍ່​ແຮ່,​ໄດ້​ວາງ"ສາລະບານ​ຊີ້​ນຳ​ອຸດສາຫະກຳ​ສຳລັບ​ການ​ລົງທຶນ​ຂອງຕ່າງປະ​ເທດ",ຄຸ້ມ​ຄອງ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໃນ​ຂົງ​ເຂດ​ບໍ່​ແຮ່​ຕາມ​ສາລະບານ​ດັ່ງກ່າວ.