ເຂດຊິນຈ່ຽງສະກັດກັ້ນບໍ່ໃຫ້ໜອງນ້ຳຈືດທີ່ໃຫຍ່ກວ່າໝູ່ຂອງຈີນກາຍເປັນນ້ຳເຄັມ
cri
Author: mo
ຕາມຂ່າວສານຊີນຮວາ: ເພື່ອສະກັດກັ້ນບໍ່ໃຫ້ໜອງໂປສື່ເຖິງ ໜອງນ້ຳຈືດທີ່ໃຫຍ່ກວ່າໝູ່ຂອງຈີນກາຍເປັນນ້ຳເຄັມ, ເຂດຊິງຈ່ຽງຈະເລີ່ມປະຕິບັດ4 ກິດຈະການອະນຸລັກສິ່ງແວດລ້ອມເປັນລຳດັບ, ເພື່ອຮັກສາພາບວິວໜອງໃຫຍ່ແຫ່ງນີ້.
ຕົວເລກຕິດຕາມວັດແທກສະແດງໃຫ້ເຫັນວ່າ, ໃນຫຼາຍປີມານີ້, ນ້ຳໃນໜອງໂປສີ່ເຖິງນັບມື້ນັບເຄັມເຂົ້າຢ່າງເດັ່ນຊັດ. ນ້ຳລະບາຍຈາກໄຮ່ນາ, ນ້ຳເສຍອຸດສາຫະກຳ, ແລະນ້ຳໂສໂຄກຊີວິດການເປັນຢູ່ຕາມບໍລິເວນອ້ອມຂ້າງຖືກຖືເປັນແຫຼ່ງທີ່ເຊື່ອມພິດໜອງດັ່ງກ່າວ. ເພື່ອປ້ອງກັນບໍ່ໃຫ້ຊີວະພາບໃນໜອງໂປສື່ເຖິງຊຸດຮ້າຍລົງຕື່ມອີກ, ກິດຈະການອະນຸລັກສິ່ງແວດລ້ອມໜອງໂປສື່ເຖິງໄດ້ຖືກຈັດເຂົ້າໃນແຜນການສ້າງຂອງໂຄງການສຳຄັນຂອງເຂດຊິງຈ່ຽງໃນປີນີ້, ເຂດຊິງຈ່ຽງຈະປະຕິບັດ 4 ກິດຈະການໃຫຍ່ຕໍ່ເນື່ອງກັນເຊັ່ນ ປົວແປງນ້ຳໂສໂຄກອຸດສາຫະກຳ, ນ້ຳໂສໂຄກຊີວິດການເປັນຢູ່ໃນຕົວເມືອງ, ນ້ຳທີ່ລະບາຍອອກຈາກນາສວນ, ແລະຂຸດດິນຖົມເຣັດນາໃຫ້ເປັນໜອງຄືນໃໝ່. ປັດຈຸບັນ, ໄດ້ເລີ່ມປະຕິບັດໂຄງການຊຳລະນ້ຳໂສໂຄກແລ້ວ.
|
|