ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-29 11:05:50    
ລັດ​ຖະ​ບານ​ຈີນ​ສຳ​ຫຼວດ​ຊຳ​ລະ​ໂຄງ​ການ​ເລີ່ມ​ສ້າງ​ໃໝ່​ຢ່າງ​ຮອບ​ດ້ານ ​ເພີ່ມ​ທະ​ວີ​ການ​ດັດ​ສົມ​ການ​ລົງ​ທຶນ

cri

ຕາມ​ຂ່າວສານ​ຊິນ​ຮວາ:​​ໂດຍແນ​ໃສ່​ບັນຫາ​ທີ່​ໂຄງການ​ເລີ່​ມສ້າງ​ໃໝ່​ ​ຂະໜາດ​ໃຫຍ່​ໂພດ,ການ​ລົງທຶນ​ເພີ່ມ​ຂຶ້ນ​ໄວ​ໂພ​ດ,ວັນ​ທີ28 ມິຖຸນາ,ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​​ແຫ່ງ​ລັດ​ຈີນ​ແລະ​ພາກສ່ວນອື່ນໆ​ທວງ​ໃຫ້​ແຫ່ງ​ຕ່າງໆ​ຊຳລະ​ສະ​ສາງ​ໂຄງການ​ເລີ່​ມສ້າງ​ໃໝ່​​​ໃນ​ປີ​ນີ້​ຢ່າງຮອບດ້ານ,​ເພີ່ມ​ທະວີ​ການ​ດັດສົມ​ການ​ລົງທຶນ​ຊັບ​ສິນ​ຄົງ​ທີ່.

ແຕ່​ເດືອນ​ມັງກອນ​ຫາ​ເດືອນພຶດສະພາ​ປີ​ນີ້,ຕາມແຜນການ,ການ​ລົງທຶນ​ຂອງໂຄງການ​ເລີ່​ມສ້າງ​ໃໝ່​ຂອງ​ຈີນ​ເພື່ມຂຶ້ນ​ຫຼາຍ​ກວ່າ20%​ເມື່ອ​ທຽບ​ກັບ​​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້,ການ​ລົງທຶນ​ຊັບ​ສິນ​ຄົງ​ທີ່​ຂອງຕົວ​​ເມືອງເພີ່ມ​ຂຶ້ນ30%.ກອງ​ປະຊຸມ​ວຽກ​ງານ​ເສດຖະກິດ​ເທື່ອ​ໜຶ່ງ​ທີ່ຄະນະ​ລັດຖະບານ​ຈີນຈັດ​ຂຶ້ນ​ຫວ່າງກ່ອນ​ນີ້​ຊີ້​ອອກວ່າ,ການ​ລົງທຶນ​ຊັບ​ສິນ​ຄົງ​ທີ່​ແລະ​ສິນ​ເຊື່ອ​ຂອງທະນາຄານ​ເພີ່ມ​ຂຶ້ນ​ໄວ​ໂພ​ດ​ແມ່ນ​ບັນຫາ​ສຳຄັນ​ອັນໜຶ່ງຂອງ​ການ​ໝູນ​ເດີນ​ເສດຖະກິດ​ຈີນ​ໃນ​ສະ​ເພາະ​ໜ້າ​ນີ້,ຕ້ອງ​ໃຊ້​ມາດ​ຕະການ​ຄວບ​ຄຸມ​ທ່ວງທ່າ​ນີ້.ຫວ່າງ​ມໍ່​ໆ​ນີ້,ທະ​ນາຄາ​ນປະຊາຊົນ​ຈີນ​ເຊິ່ງ​ເປັນທະນາຄານ​ກາງ​ຈີນກໍ່​ປະກາດ​ວ່າ,​​ເລີ່​ມແຕ່​ວັນ​ທີ5 ກໍລະກົດເປັນຕົ້ນໄປ,​ຂຶ້ນອັດຕາເງິນ​ກະກຽມເງິນ​ອອມ​ສິນ​​ເງິນຢວນຈີນ0,5%,ເພື່ອກົດທ່ວງທ່າສິນເຊື່ອເພີ່ມຂຶ້ນໄວໂພດທີ່ປະກົດຂຶ້ນ​ໃນ​ປີ​ນີ.