ຕາມຂ່າວcri:ວັນທີ27 ມິຖຸນາ,ຢູ່ທີ່ປັກກິ່ງ,ທ່ານຖາງເຈ່ຍຊວນ ທີ່ເປິດສາແຫ່ງລັດຈີນ ໄດ້ພົບປະທ່ານບັນກີມຸນ ລັດຖະມົນຕີການຕ່າງປະເທດແລະການຄ້າສ.ເກົາຫຼີທີ່ມາຢ້ຽມຢາມເຮັດວຽກຢູ່ຈີນກ່າວວ່າ,ບັນດາຝ່າຍຄວນພະຍາຍາມຊຸກຍູ້ການຟື້ນຟູການເຈລະຈາ6ຝ່າຍໂດຍໄວ.
ໃນເວລາເວົ້າເຖິງບັນຫາແຫຼມເກົາຫຼີ,ທ່ານຖານເຈຍຊວນກ່າວເນັ້ນວ່າ,ພາຍໃຕ້ສະຖານະການສະເພາະໜ້ານີ້,ບັນດາຝ່າຍທີ່ກ່ຽວຂ້ອງຍິ່ງຄວນຍຶດໝັ້ນທິດທີ່ສົນທະນາ,ແກ້ໄຂໂດຍສັນຕິ,ຫຼີກເວັ້ນເຮັດໃຫ້ການເປັນບໍລະປັກກັນດຸເດືອດຂຶ້ນ,ພະຍາຍາມຊຸກຍູ້ການຟື້ນຟູການເຈລະຈາ6ຝ່າຍໂດຍໄວ,ພ້ອມກັນປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງແຫຼມເກົາຫຼີແລະພາກພື້ນອາຊີຕາເວັນອອກສຽງເໜືອ.
ທ່ານບັນກີມຸນກ່າວວ່າ,ຝ່າຍສ.ເກົາຫຼີເອົາໃຈໃສ່ນຳສະຖານະການສະເພາະໜ້ານີ້,ຍິນດີພ້ອມກັບຝ່າຍຈີນ,ທຳຄວາມພະຍາຍາມເພື່ອຊຸກຍູ້ຂະບວນວິວັດການເຈລະຈາ6ຝ່າຍ,ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງແຫຼມເກົາຫຼີແລະພາກພື້ນແຫ່ງນີ້.
|