|
 |
(GMT+08:00)
2006-06-27 10:39:34
|
ບໍລິສັດປະກັນໄພຕ່າງປະເທດເຂົ້າສູ່ຈີນບໍ່ໄດ້ກະທົບກະເທືອນເຖິງຕະຫລາດປະກັນໄພ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 26 ມິຖຸນາ ຢູ່ປັກກິ່ງ, ທ່ານອູຕິ້ງຟູ້ ປະ ທານຄະນະກຳມະການຕິດຕາມແລະຄຸ້ມຄອງການປະກັນໄພຂອງຈີນເວົ້າວ່າ, ບໍລິສັດປະກັນໄພຕ່າງປະເທດເຂົ້າສູ່ຈີນບໍ່ໄດ້ກະທົບກະເທືອນເຖິງການ ທຸລະກິດຂອງບໍລິສັດປະກັນໄພຈີນແລະສະຖຽນລະພາບຂອງຕະຫລາດ.
ຕາມແນະນຳວ່າ, ປັດຈຸບັນລວມມີບໍລິສັດປະກັນໄພຕ່າງປະເທດ 41 ບໍລິສັດໄດ້ຮັບອະນຸມັດເຂົ້າຕະຫລາດປະກັນໄພຂອງຈີນ. ບໍລິສັດປະກັນໄພ ຕ່າງປະເທດສາມາດສະຫນອງການບໍລິການປະກັນໄພຢູ່ເຂດຕ່າງໆຂອງຈີນ;ໃນຂົງເຂດທຸລະການ,ນອກຈາກທຸລະການປະກັນໄພໃນຂອບເຂດທີ່ກົດ ຫມາຍກຳນົດນັ້ນແລ້ວ, ບໍລິສັດປະກັນໄພຕ່າງປະເທດຍັງສາມາດທຸລະກິດທັງຫມົດອື່ນໆ.ປີ 2005, ບໍລິສັດປະກັນໄພຕ່າງປະເທດໄດ້ກວມ 6,7%ຂອງຕະຫລາດປະກັນໄພທັງຫມົດຂອງຈີນ.
|
|
|