ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-26 11:18:26    
ໃນ5​ເດືອນ​ຕົ້ນ​ປີ​ນີ້,ປະລິມານຜະລິດ​ແລະ​ຂາຍ​ລົດຍົນ​ຂອງ​ຈີນ​ລ້ວນ​ແຕ່​ສ້າງ​ສະຖິຕິ​ໃນ​ປະຫວັດສາດ

cri

ຕາມ​ຂ່າວ​ໜັງສືພິມ​ເຢິນມິນ​ຢືປ້າວ:ຕາມສະຖິຕິ​ຂອງ​ສະມາຄົມ​ອຸ​ດສາ​ຫະກຳ​ລົດຍົນ​ຈີນ,​ໃນ5​ເດືອນ​ຕົ້ນ​ປີ​ນີ້,ປະລິມານ​ຜະລິດ​ແລະ​ຂາຍ​ລົດຍົນ​ຈີນ​ຕ່າງ​ແມ່ນ3ລ້ານ5​ໝື່ນ​ຄັນ​ແລະ2ລ້ານ97​ແສນໝື່ນ​ຄັນ,ລວນ​ແຕ່​​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ30%​ເມື່ອ​ທຽບ​ກັບ​​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​,​ເຊິ່ງສ້າງ​ສະ​ຖິຕິ​ໃນ​ປະຫວັດສາດ.

ນອກ​ນີ້,​ຍ້ອນ​ພາສີ​ນຳ​ເຂົ້າ​ຫຼຸດ​ລົງ,​ໃນ5​ເດືອນ​ຕົ້ນ​ປີ​ນີ້,ປະລິມານ​ລົດຍົນ​ທີ່​ຈີນນຳເຂົ້າ​ລົດຍົນ​ໄດ້​ເພີ່ມ​ຂຶ້ນ80%​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ຜູ້​ຊ່ຽວຊານ​ຊີ້​ອອກ​ວ່າ,​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ຂະໜາດຕະຫຼາດ​ລົດຍົນ​ຈີນ​ເປີດ​ກວ້າງ​ຢ່າງ​ບໍ່​ຢຸດ​ຢ້າງ,ອຸດສາຫະກຳ​ລົດຍົນ​ກາຍ​ເປັນ​ອຸດສາຫະກຳ​ເສົາ​ຄ້ຳ​ຂອງ​ເສດຖະກິດ​ແຫ່ງ​ຊາດ​ເປັນ​ກ້າວໆ.​ແຕ່​ໃນ​ສະ​ເພາະ​ໜ້າ​ນີ້,ບາງປັດ​ໄຈ​ທີ່ຈຳກັດ​ອຸດສາຫະກຳ​ລົດຍົນ​ຈີນ​ຍັງ​ຊົງ​ຕົວ​ຢູ່,ຄື​ຄວາມ​ສາມາດ​ພັດທະນາ​ໂດຍ​ເປັນ​ເຈົ້າ​ຕົນ​ເອງ,ຂະໜາດ​ວິ​ສາ​ຫະກິດຍັງ​ນ້ອຍ,ຜະລິດ​ຕະພັນສ່ວນ​ຫຼາຍ​ຢູ່​ຕະຫຼາດ​ພາຍ​ໃນ​ປະ​ເທດ,ຂາດຄວາມ​ສາມາດ​ແກ່ງ​ແຍ່ງ​ສາກົນ​ເປັນ​ຕົ້ນ.