ກອງປະຊຸມການຄ້າເອເລັກໂຕຼນິກສາກົນຈີນຄັ້ງທີ 9 ຈະຈັດຂຶ້ນຢູ່ປັກກິ່ງໃນເດືອນກັນຍາປີນີ້
cri
Author: min
ຕາມຂ່າວ CRI: ກອງປະຊຸມການຄ້າເອເລັກໂຕຼນິກສາກົນຈີນຄັ້ງທີ 9 ຈະຈັດຂຶ້ນຢູ່ປັກກິ່ງແຕ່ວັນທີ 4 ຫາວັນທີ 6 ກັນຍາ.
ຫົວຂໍ້ກອງປະຊຸມຄັ້ງນີ້ແມ່ນ "ສັດທາ, ສົມບູນ, ກົມກຽວກັນ, ໂອກາດ", ຈະເຮັດໃຫ້ຈຸດສຸມຕ່າງໆ, ເຊັ່ນ: ການສ້າງສະພາບແວດລ້ອມ, ການນຳໃຊ້ຂະແໜງການ, ແລະການຮ່ວມມືສາກົນເປັນຕົ້ນໃນການພັດທະນາເສດຖະກິດສັງຄົມແລະການຄ້າເອເລັກໂຕຼນິກພົ້ນເດັ່ນຂຶ້ນ, ອອກແຮງຊຸກຍູ້ໃຫ້ການຄ້າເອເລັກໂຕຼນິກຈີນພັດທະນາຢ່າງປອດໃສ, ກົມກຽວກັນແລະຍືນຍົງ.
|
|