|
 |
(GMT+08:00)
2006-06-23 15:19:40
|
 |
ຈີນຍີ່ປຸ່ນເຊັນເອກະສານແລກປ່ຽນລະຫວ່າງລັດຖະບານກ່ຽວກັບການກູ້ເງິນເຢັນໃນສົກປີ 2005
cri
Author: sayvanny
ຕາມຂ່າວສານຊີນຮວາ:ວັນທີ 23 ມິຖຸນາ ຢູ່ປັກກິ່ງ,ທ່ານອູຕ້າເວີຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນແລະທ່ານຢູຈີ.ມີຢາໂມໂທ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳຈີນຕ່າງໄດ້ຕາງຫນ້າລັດຖະບານຂອງໃຜລາວເຊັນເອກະສານແລກປ່ຽນລະຫວ່າງລັດຖະບານກ່ຽວກັບລັດຖະບານຍີ່ປຸ່ນໃຫ້ຈີນກູ້ເງິນເຢນສົກປີ 2005.
ຈຳນວນເງິນກູ້ສົກປີນີ້ເປັນຈຳນວນປະມານ 74,8 ຕື້ເຢນເພື່ອໃຊ້ໃນ 10 ໂຄງການທີ່ກ່ຽວຂ້ອງກັບການອະນຸລັກສິ່ງແວດລ້ອມ, ການອົບຮົມຊັບພະ ຍາກອນມະນຸດແລະການສຶກສາເປັນຕົ້ນ.
ຍີ່ປຸ່ນເລີ່ມໃຫ້ຈີນກູ້ຢືມເງິນເຢນແຕ່ປີ 1979.ລັດຖະບານຍີປຸ່ນໃຫ້ຈີນກູ້ເງິນດັ່ງກ່າວແມ່ນການຮ່ວມມືດ້ານເງິນທຶນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດພາຍໃຕ້ເບື້ອງຫລັງການເມືອງແລະປະຫວັດສາດພິເສດ,ໄດ້ເສີມຂະຫຍາຍບົດບາດຕັ້ງຫນ້າອັນແນ່ນອນຕໍ່ການພັດທະນາເສດຖະກິດແລະສັງຄົມຂອງຈີນ,ພ້ອມກັນນັ້ນກໍ່ໄດ້ນຳເອົາຜົນດີແລະຜົນປະໂຫຍດໃຫ້ຍີ່ປຸ່ນ.ຍ້ອນບັນຫາ ນາຍົກລັດຖະມົນຕີຍີ່ປຸ່ນໄປນະມັດສະການວັດຢາຊືຄູນີເປັນຕົ້ນໄດ້ເຮັດໃຫ້ການພົວພັນລະຫວ່າງຍີ່ປຸ່ນກັບຈີນຊຸດຮ້າຍລົງ, ເດືອນມີນາປີນີ້,ລັດຖະ ບານຍີ່ປຸ່ນໄດ້ປະກາດແຕ່ຝ່າຍດຽວວ່າງົດເງິນກູ້ແກ່ຈີນໃນສົກປີ 2005 ,ແຕ່ໃນຕົ້ນເດືອນນີ້, ລັດຖະບານຍີປຸ່ນໄດ້ຕົກລົງຍົກເລີກການງົດເງິນກູ້ດັ່ງກ່າວ.
|
|
|